ລາວ ກຽມສະເໜີ 11 ແຫລ່ງໄຫຫີນ ເປັນມໍລະດົກໂລກ
ໃນວັນທີ 2 ສິງຫາ 2017 ນີ້, ແຂວງຊຽງຂວາງ ຮ່ວມກັບກົມມໍລະກົດ ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ດຳເນີນກອງປະຊຸມປຶກສາຫາລື ເພື່ອກະກຽມນຳສະເໜີ ແຫລ່ງໄຫຫີນ ຈຳນວນ 11 ແຫ່ງ
ເຊິ່ງມີໄຫຫີນທັງໝົດ 999 ໜ່ວຍ ເຂົ້າເປັນມໍລະດົກໂລກ.
ພາຍໃຕ້ການເປັນປະທານ ຂອງ ທ່ານ ບົວສອນ ສີນວນທອງ
ຮອງເຈົ້າແຂວງຊຽງຂວາງ, ຜູ້ຊີ້ນຳວຽກງານ ວັດທະນະທຳ-ສັງຄົມ
ຂັ້ນແຂວງ, ມີທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ
ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີວິຊາການຈາກ
ອຸຍແນສະໂກ ປະຈຳລາວ ແລະ ປະຈຳປະເທດໄທ ແລະ
ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ ລາຍງານການຈັດຕັ້ງປະຕິບັດ ວຽກງານໂຄງການ ໃນໄລຍະຜ່ານມາ, ລາຍງານຜົນສຳຫລວດ ເກັບກຳຂໍ້ມູນທາງ GPS ຂອງຄະນະວິຊາການ, ການກະກຽມແຜນທີ່ ແລະ ການກຳນົດຂອບເຂດພື້ນທີ່ອະນຸລັກ ປົກປັກຮັກສາ, ການເກັບກຳຂໍ້ມູນຕອບສະໜອງ ແກ່ໂຄງການຂອງແຂວງ, ຜ່ານເນື້ອໃນ ແລະ ອົງປະກອບຂອງຄຳຮ້ອງ ນຳສະເໜີແຫລ່ງໄຫຫີນ ເປັນມໍລະດົກໂລກ, ລະບຽບການຄຸ້ມຄອງ ແຫລ່ງໄຫຫີນ, ການມີສ່ວນຮ່ວມ ຂອງຊຸມຊົນຕໍ່ກັບ ວຽກງານປົກປັກຮັກສາ ແລະ ຂະບວນການ, ຂັ້ນຕອນໃນການຂຽນຄຳຮ້ອງສະເໜີ ພາຍຫລັງຖືກຮັບຮອງ ຈາກລັດຖະບານ ສປປ ລາວ.
ຈາກນັ້ນຜູ້ແທນກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ພິຈາລະນາຫລາຍບັນຫາ ເພື່ອເຮັດໃຫ້ບົດລາຍງານ ການສະເໜີແຫລ່ງໄຫຫີນ ເປັນມໍລະດົກໂລກ ມີຄວາມສົມບູນ ແລະ ຄົບຖ້ວນ ເພື່ອນຳສະເໜີລັດ ຖະບານ ພິຈາລະນາໃນຂັ້ນຕໍ່ໄປ.

ລັດຖະບານລາວ ກະກຽມຕ້ອນຮັບປີທ່ອງທ່ຽວ ລາວ 2018
ໃນວັນທີ 4 ກັນຍາ ນີ້
ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີກອງປະຊຸມປຶກສາຫາລືການກະກຽມຕ້ອນຮັບປີທ່ອງ
ທ່ຽວ ລາວ 2018 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ
ຮອງນາຍົກລັດຖະມົນຕີ, ມີທ່ານ ບໍ່ແສງຄຳ ວົງດາລາ
ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ,
ບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງ,
ພ້ອມດ້ວຍພະນັກງານວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ລັດຖະບານຄາດຄະເນວ່າ ຈະມີນັກທ່ອງງທ່ຽວ ເຂົ້າມາທ່ອງທ່ຽວ
ສປປ ລາວ ປະມານ 5 ລ້ານກວ່າຄົນ, ສ່ວນໃຫຍ່ແມ່ນນັກທ່ອງທ່ຽວ
ໃນຂົງເຂດອາຊີ ແລະ ລັດຖະບານ ກຳລັງປຶກສາຫາລື ແຜນການກະກຽມເປີດ
ປີທ່ອງທ່ຽວລາວ 2018, ໂດຍສະເພາະຂອດບໍລິການ,
ການປັບປຸງແກ້ໄຂຂໍ້ຈຳກັດ ກົດໜ່ວງຖ່ວງດຶງວຽກງານການທ່ອງທ່ຽວ, ຖືກ
ຕ້ອງສອດຄ່ອງກົດໝາຍ ແລະ ລະບຽບການ.
ເຊີ່ງຕາມການລາຍງານໃຫ້ຊາບວ່າ: ໃນສາມເດືອນຕົ້ນປີຜ່ານມາ
ມີນັກທ່ອງທ່ຽວ ອາຊຽນເຂົ້າມາທ່ອງທ່ຽວລາວ ມີປະມານ 763.000 ຄົນ,
ນັກທ່ອງທ່ຽວ ຈາກປະເທດເອີຣົບ 60.000 ຄົນ, ອາເມລິກາ ເກືອບ 20.000
ຄົນ, ໄທ 498.000 ຄົນ ແລະ 2.000 ກວ່າຄົນ ແມ່ນມາຈາກອາຟຣິກາ ແລະ
ຕາເວັນອອກກາງ.
ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໜັກໃຫ້ພາກສ່ວນ ແລະ
ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕໍ່ວຽກງານ ປ້ອງກັນຄວາມສະຫງົບ,
ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດຈົບງາມ ໃນສັງຄົມ, ໂດຍສະເພາະ
ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ ຂີ້ລັກ, ປຸ້ນຈີ້ຊິງຊັບ,
ການກໍ່ອາຊະຍາກຳ ແລະ ປະກົດການຫຍໍ້ທໍ້ອື່ນໆ
ທີ່ເປັນພາບພົດບໍ່ດີ, ປັບປຸງພື້ນຖານໂຄງລ່າງ
ເພື່ອຮອງຮັບການທ່ອງທ່ຽວທີ່ຈຳເປັນ ເຊັ່ນ: ເສັ້ນທາງ, ສະໜາມບິນ,
ສະຖານທີ່ທ່ອງທ່ຽວ, ທີ່ພັກ, ຮ້ານອາຫານ, ພາຫະນະຂົນສົ່ງ ແລະ
ລະບົບໂທລະຄົມມະນາຄົມ, ພ້ອມການບໍລິການ ທີ່ອຳນວຍຄວາມສະດວກ
ດ້ານເອກະສານເຂົ້າ-ອອກ ຂອງນັກທ່ອງທ່ຽວ,
ຄ່າທຳນຽມສຳລັບນັກທ່ອງທ່ຽວ, ກວດກາຄືນ ແລະ ປັບປຸງໃຫ້ເໝາະສົມ
ກ່ຽວກັບຄ່າບໍລິການ, ຄ່າຜ່ານປະຕູ ຢູ່ແຕ່ລະແຫລ່ງທ່ອງທ່ຽວ
ລວມທັງການບໍລິການແຂກ, ໂດຍເນັ້ນໃສ່ຄວາມສະດວກ, ວ່ອງໄວ, ສະອາດ,
ປອດໄພ, ຮັກສາໄດ້ວັດທະນະທຳອັນດີງາມຂອງຊາດ ແລະ ຂອງເຜົ່າ.
ການນຳໃຊ້ງົບປະມານຕ້ອງບົນພື້ນຖານປະຢັດມັດທະຍັດ, ສົມເຫດສົມຜົນ,
ຫລີກເວັ້ນການຟູມເຟືອຍ, ໂຄສະນາເຜີຍແຜ່, ສ້າງຂະບວນການ ແລະ
ຈັດກິດຈະກຳຕ່າງໆ ໃຫ້ມີບັນຍາກາດຟົດຟື້ນ,
ມີເນື້ອໃນສັງຄົມຮັບຮູ້ຢ່າງກວ້າງ ຂວາງ, ສ້າງຄວາມເຊື່ອໝັ້ນ ແລະ
ດຶງດູດນັກທ່ອງທ່ຽວໄດ້ຢ່າງແທ້ຈິງ.
ເດັດຂາດບໍ່ໃຫ້ມີກໍລະນີສວຍໂອກາດ ເອົາປຽບນັກທ່ອງທ່ຽວ,
ຊຶ່ງວຽກງານທັງໝົດເຫລົ່ານີ້ ແມ່ນເອົາໃຈໃສ່ຊຸກຍູ້ທຸກພາກສ່ວນ
ໃນທົ່ວສັງຄົມໃຫ້ມີສ່ວນຮ່ວມຫລາຍຂຶ້ນ.
ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ.
ເຮືອໄຟວຽນ, ລັກສະນະສະເພາະໜຶ່ງຂອງປະເພນີບຸນອອກພັນສາ “ວັດຈັນທະສະໂຣ”
ໃນປາງບຸນອອກພັນສາ ມີຫຼາຍກິດຈະກຳ
ອາດແຕກຕ່າງກັນແດ່ໄປຕາມສະພາບທ້ອງຖິ່ນ. ສະເພາະປະເພນີການບູຊາໄຟ
ນິຍົມເຮັດຮາວທຽນເປັນເຮືອປະດັບດ້ວຍລວດລາຍຕາມແຕ່ລະຖິ່ນນິຍົມ. ບຸນອອກພັນສາ
ເປັນທ້າຍລະດູຝົນ, ເຂດທີ່ມີສາຍນໍ້ານ້ອຍ ຈິ່ງເຮັດສະເພາະເຮືອໄຟບົກ.
ເຮືອໄຟບົກ ເຮັດຢູ່ເດີ່ນວັດ, ບາງແຫ່ງ
ເພື່ອຫາວິທີກັນບໍ່ໃຫ້ເດັກນ້ອຍໄປຫຼິ້ນເຮັດເພກ່ອນມື້ພິທີ,
ເພິ່ນໄດ້ເຮັດຮົ້ວເຮືອໄຟໄວ້,
ຕໍ່ມາໄດ້ພັດທະນາເປັນຮູບການທ້າປະຊັນຄວາມສາມາດຂອງຜູ້ເຂົ້າໄປໄຕ້ໄຟໃນລັກສະນະສ່ຽງວາດສະໜາແລະຄວາມສາມາດສັງເກດ.
ເພິ່ນໄດ້ເຮັດຮົ້ວເປັນຮ່ອມທາງວຽນເຂົ້າໄປຫາໂຕເຮືອໄຟ. ຮົ້ວວຽນນີ້
ຈະມີລະດັບສັບສົນແລ້ວແຕ່ນາຍຊ່າງ. ບາງເທື່ອກໍເຮັດສອງລະແວກສີ່ປະຕູ,
ບາງເທື່ອກໍເຮັດສອງປະຕູ. ສີ່ປະຕູຈະມີສອງປະຕູເຂົ້າ ເຖິງ
ແລະອີກສອງປະຕູເມື່ອເຂົ້າໄປຮອບວຽນສຸດທ້າຍ ແລ້ວມັນຈະວຽນກັບອອກ; ຖ້າສອງປະຕູ
ກໍຈະມີໜຶ່ງປະຕູເຂົ້າບໍ່ຮອດ. ເວລາອອກກໍຄືກັນ, ຖ້າອອກຜິດທາງ
ເມື່ອອອກໄປຮອດຮອບວຽນສຸດທ້າຍ ກໍຈະກັບເຂົ້າມາຄືນຫາເຮືອໄຟ.
ຜູ້ເຂົ້າຕ້ອງສ່ຽງໃນການເລືອກປະຕູ. ປະເພນີເຮັດເຮືອ ໄຟວຽນນີ້ ວັດ “ຈັນທະສະໂຣ”
ບ້ານໜອງລຳຈັນ ເມືອງຈຳພອນ ແຂວງສະຫວັນນະເຂດ ນິຍົມເຮັດມາແຕ່ເປີງບູຮານ
ແລະຕົກທອດມາຮອດສູ່ມື້ນີ້.
ເຮືອໄຟບົກ ເຮັດຢູ່ເດີ່ນວັດ, ບາງແຫ່ງ ເພື່ອຫາວິທີກັນບໍ່ໃຫ້ເດັກນ້ອຍໄປຫຼິ້ນເຮັດເພກ່ອນມື້ພິທີ, ເພິ່ນໄດ້ເຮັດຮົ້ວເຮືອໄຟໄວ້, ຕໍ່ມາໄດ້ພັດທະນາເປັນຮູບການທ້າປະຊັນຄວາມສາມາດຂອງຜູ້ເຂົ້າໄປໄຕ້ໄຟໃນລັກສະນະສ່ຽງວາດສະໜາແລະຄວາມສາມາດສັງເກດ. ເພິ່ນໄດ້ເຮັດຮົ້ວເປັນຮ່ອມທາງວຽນເຂົ້າໄປຫາໂຕເຮືອໄຟ. ຮົ້ວວຽນນີ້ ຈະມີລະດັບສັບສົນແລ້ວແຕ່ນາຍຊ່າງ. ບາງເທື່ອກໍເຮັດສອງລະແວກສີ່ປະຕູ, ບາງເທື່ອກໍເຮັດສອງປະຕູ. ສີ່ປະຕູຈະມີສອງປະຕູເຂົ້າ ເຖິງ ແລະອີກສອງປະຕູເມື່ອເຂົ້າໄປຮອບວຽນສຸດທ້າຍ ແລ້ວມັນຈະວຽນກັບອອກ; ຖ້າສອງປະຕູ ກໍຈະມີໜຶ່ງປະຕູເຂົ້າບໍ່ຮອດ. ເວລາອອກກໍຄືກັນ, ຖ້າອອກຜິດທາງ ເມື່ອອອກໄປຮອດຮອບວຽນສຸດທ້າຍ ກໍຈະກັບເຂົ້າມາຄືນຫາເຮືອໄຟ. ຜູ້ເຂົ້າຕ້ອງສ່ຽງໃນການເລືອກປະຕູ. ປະເພນີເຮັດເຮືອ ໄຟວຽນນີ້ ວັດ “ຈັນທະສະໂຣ” ບ້ານໜອງລຳຈັນ ເມືອງຈຳພອນ ແຂວງສະຫວັນນະເຂດ ນິຍົມເຮັດມາແຕ່ເປີງບູຮານ ແລະຕົກທອດມາຮອດສູ່ມື້ນີ້.
ເປັນຫຍັງນັກທ່ອງທ່ຽວເຂົ້າລາວຈຶ່ງຫຼຸດລົງ?
ຫົວຂໍ້ຕັ້ງເປັນຄຳຖາມເອົາໄວ້ເພື່ອຜູ້ອ່ານຈະໄດ້ຄົ້ນຫາຄຳຕອບນຳກັນວ່າ ເປັນຍ້ອນສາເຫດອັນໃດຈຶ່ງເຮັດໃຫ້ນັກທ່ອງທ່ຽວເຂົ້າລາວຫຼຸດລົງ?
ໜັງສືພິມວຽງຈັນໃໝ່ລາຍງານວ່າງເດືອນມິຖຸນາວ່າ ຕົ້ນປີນີ້ນັກທ່ອງທ່ຽວເຂົ້າລາວຫຼຸດລົງ ແລະໃນນັ້ນໄດ້ມີຄຳເຫັນຂອງທ່ານ ນາງ ພອນມະລີ ອິນທະພົມ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: “ໃນປີ 2017 ນັກທ່ອງທ່ຽວເຂົ້າມາທ່ຽວລາວ ເຫັນວ່າມີທ່າອ່ຽງຫຼຸດລົງ 11% ຖ້າທຽບໃສ່ກັບໄລຍະ 3 ເດືອນຕົ້ນປີຂອງປີຜ່ານມາ ປີ 2016 ມີນັກທ່ອງທ່ຽວ 1,2 ລ້ານກວ່າຄົນ ແລະ ປີ 2017 ມີ 1,1 ລ້ານກວ່າຄົນ ສຳລັບນັກທ່ອງທ່ຽວເຂົ້າມາຫຼາຍກວ່າໝູ່ແມ່ນ: ໄທ ຈີນ ຫວຽດນາມ ແລະ ອື່ນໆ ໃນປີ 2016 ມີຈຳນວນນັກທ່ອງທ່ຽວເຂົ້າມາເຖິງ 4 ລ້ານກວ່າຄົນ“.
ສາເຫດທີ່ເຮັດໃຫ້ນັກທ່ອງທ່ຽວຫຼຸດລົງ ມີທັງສາເຫດນອກໂຕແລະສາເຫດໃນໂຕ. ສາເຫດນອກໂຕແມ່ນຍ້ອນສະພາບການຂອງໂລກກໍຄືພາກພື້ນ ມີການຜັນແປ ເຊັ່ນ ຫຼາຍປະເທດມີໄພສົງຄາມ, ສະພາບຄວາມບໍ່ສະຫງົບຂອງໂລກຍັງສືບຕໍ່ ແລະບາງປະເທດໃກ້ຄຽງທີ່ເປັນປະຕູຂອງນັກທ່ອງທ່ຽວເຂົ້າສູ່ລາວ ກໍເກີດຄວາມຊົບເຊົາຍ້ອນເຫດການພາຍໃນຂອງເຂົາເຈົ້າ. ໃນຂະນະທີ່ເບິ່ງຕາມສະຖິຕິແລ້ວ ນັກທ່ອງທ່ຽວຈາກໄທແມ່ນມີຫຼາຍກວ່າໝູ່ ແຕ່ດ້ວຍສະພາບເສດຖະກິດຂອງໄທບໍ່ຄ່ອຍດີ ປະສົບກັບຄວາມເສົ້າໂສກຈາກການສູນເສຍປະມຸກຂອງປະເທດ ການເດິນທາງທ່ອງທ່ຽວຂອງນັກທ່ອງທ່ຽວໄທຈຶ່ງໜ້ອຍລົງ ແລະໃນຂະນະດຽວກັນ ນັກທ່ອງທ່ຽວຈາກທົ່ວໂລກທີ່ມາທ່ຽວລາວ ສ່ວນຫຼາຍແມ່ນໃຊ້ໄທເປັນທາງຜ່ານ ເຂົາເຈົ້າໄດ້ປ່ຽນທິດທາງຂອງການທ່ອງທ່ຽວໄປທິດທາງອື່ນແທນ.
ສ່ວນສາເຫດໃນໂຕ ເຮົາຕ້ອງມາເບິ່ງນຳກັນເບິ່ງວ່າ ສິ່ງແວດລ້ອມຂອງການທ່ອງທ່ຽວລາວເຮົາຍັງມີຫຍັງທີ່ສົ່ງຜົນກະທົບຕໍ່ການທ່ອງທ່ຽວ. ໃນນາມສ່ວນຕົວຜູ້ຂຽນແລ້ວເຫັນວ່າມີຫຼາຍສາເຫດ ເຊັ່ນ ສະພາບຄົມມະນາຄົມພາຍໃນລາວຂອງເຮົາຍັງບໍ່ດີເທົ່າທີ່ຄວນ, ເສັ້ນທາງເຂົ້າສູ່ສະຖານທີ່ທ່ອງທ່ຽວຫຼາຍແຫ່ງຍັງບໍ່ຖືກພັດທະນາ, ຄ່າໃຊ້ຈ່າຍໃນການເດິນທາງສູງຖ້າທຽບໃສ່ກັບປະເທດອ້ອມຂ້າງ ເຊັ່ນ ລາຄາປີ້ຍົນ ວຽງຈັນ-ບາງກອກ ຍັງຖືກກວ່າຄ່າປີ້ຍົນພາຍໃນ, ຄ່າໃຊ້ຈ່າຍໃນການຄອງຊີບສູງ ຄ່າອາຫານການກິນຖ້າທຽບໃສ່ປະເທດອ້ອມຂ້າງແມ່ນແພງຫຼາຍ, ປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວບາງແຫ່ງກໍມີລາຄາແພງ, ກິດຈະກຳການທ່ອງທ່ຽວຍັງບໍ່ຫຼາກຫຼາຍ, ປະຕິທິນການທ່ອງທ່ຽວບໍ່ມີ ຫຼືມີກໍບໍ່ຄົບຫຼືໄລຍະເວລາສັ້ນໂພດ ເຮັດໃຫ້ນັກທ່ອງທ່ຽວວາງແຜນບໍ່ທັນ ແລະອັນສຸດທ້າຍຄວາມປອດໄພໃນທ້ອງຖະໜົນກໍແມ່ນອີກບັນຫາໜຶ່ງທີ່ສ້າງຜົນກະທົບ ເຊັ່ນ ມັກມີການປຸ້ນຈີ້ຊິງຊັບນັກທ່ອງທ່ຽວເປັນຕົ້ນ.
ຖ້າຢາກໃຫ້ນັກທ່ອງທ່ຽວເຂົ້າມາລາວຫຼາຍຂຶ້ນ ກໍຕ້ອງໄດ້ປັບປຸງບັນດາຂໍ້ຄົງຄ້າງທີ່ສົ່ງຜົນກະທົບທີ່ກ່າວມາຂ້າງເທິງນັ້ນໃຫ້ໄດ້ ເຊັ່ນ:
1. ປັບປຸງເສັ້ນທາງເຂົ້າສູ່ແຫຼ່ງທ່ອງທ່ຽວໃຫ້ສະດວກ ແລະຮັກສາສິ່ງແວດລ້ອມໃຫ້ສະອາດ.
2. (ຖ້າເປັນໄປໄດ້) ຄວນປັບປຸງຄ່າເດິນທາງໃຫ້ຖືກລົງ.
3. ສ້າງເງື່ອນໄຂໃຫ້ຄ່າຄອງຊີບພາຍໃນລາວຖືກລົງ.
4. ຫຼຸດລາຄາປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວລົງ ແລ້ວຫັນມາສ້າງລາຍໄດ້ຈາກການສົ່ງເສີມປະຊາຊົນຂາຍຂອງທີ່ລະນຶກ ແລະສ້າງກິດຈະກຳການທ່ອງທ່ຽວໃຫ້ຫຼາຍຂຶ້ນ. ຍົກຕົວຢ່າງ ພານັກທ່ອງທ່ຽວໄປຊົມທາດຫຼວງ ຄວນຈະມີກິດຈະກຳປິ່ນອ້ອມຢູ່ທາດຫຼວງຕື່ມ ເຊັ່ນ ພານັກທ່ອງທ່ຽວຊື້ດອກໄມ້ບູຊາ, ພານັກທ່ອງທ່ຽວໄປເຊົ່າຊຸດລາວມານຸ່ງ, ພານັກທ່ອງທ່ຽວຊົມຮ້ານຂາຍເຄື່ອງທີ່ລະນຶກ, ພານັກທ່ອງທ່ຽວເຮັດກິດຈະກຳສ່ຽງໂຊກ ຫຼືກິດຈະກຳທີ່ເປັນສິລິມຸງຄຸນແກ່ເຂົາເຈົ້າ ແລະອື່ນໆ
5. ເຮັດປະຕິທິນການທ່ອງທ່ຽວໃຫ້ມີຫຼາຍກິດຈະກຳແລະມີກຳນົດການຄັກແນ່ ເພື່ອໃຫ້ແຂກໄດ້ຮູ້ວ່າຕະຫຼອດປີຈະມີກິດຈະກຳຫຼືເທດສະການຫຍັງປິ່ນອ້ອມການທ່ອງທ່ຽວ ມີບຸນຫຍັງ? ຢູ່ໃສ? ຂອງຊົນເຜົາໃດ? ແມ່ນແຕ່ງານດອງ ກໍສາມາດພານັກທ່ອງທ່ຽວໄປຊົມໄດ້. ສິ່ງສຳຄັນປະຕິທິນແມ່ນຕ້ອງເຮັດໄວ້ລ່ວງໜ້າ ໃຫ້ຮູ້ລ່ວງໜ້າເປັນປີຫຼືຫຼາຍປີຍິ່ງດີ ເພາະການວາງແຜນເດິນທາງທ່ອງທ່ຽວບໍ່ແມ່ນຊິປຶບປັບ.
6. ຕ້ອງຮັບປະກັນຄວາມປອດໄພ ແລະຕ້ອງສອນຄົນລາວທຸກຄົນໃຫ້ເປັນຄົນຮູ້ຮັບແຂກ ຮູ້ຮັບນັກທ່ອງທ່ຽວ ແລະຮູ້ຊ່ວຍເຫຼືອນັກທ່ອງທ່ຽວ ຫຼາຍກວ່າວິທີການຫາເງິນຈາກນັກທ່ອງທ່ຽວ.
ລິດຈະນາ ງາມວິໄລ

ไม่มีความคิดเห็น:
แสดงความคิดเห็น