ວົງເຊລຈາກລາວຖືກຍົກເລີກການສະແດງໃນງານ ASEAN Music Festival ທີ່ຟິລິບປິນ
ງານ ASEAN Music Festival 2017 ທີ່ຈັດຂຶ້ນທີ່ ມາກາຕີ ແມັດໂຕຣ
ມະນິລາ ປະເທດ ຟິລິປິນ ໃນຄ່ຳຄືນຂອງວານນີ້ (15 ພະຈິກ 2017 )ໂດຍມີ 9
ປະເທດສະມາຊິກອາຊຽນທີ່ໄດ້ຮັບເຊີນໄປເຂົ້າຮ່ວມງານສະແດງໃນຄອນເສີດ ASEAN Music
Festival 2017 ກັບເຈົ້າພາບ ຟິລິບປິນ ແລະ ກໍ່ມີຕາງໜ້າ 1
ວົງສີລະປິນຈາກລາວຢ່າງ ວົງເຊລ ກໍ່ຖືກຮັບເຊີນໄປຮ່ວມງານໃນຄັ້ງນີ້.
ASEAN Music Festival 2017 ຕ້ອງໄດ້ຢຸດຕິການສະແດງທັງໝົດເນື່ອງຈາກມີຝູງຊົນຊາວຟິລິປິນຈຳນວນມະຫາສານກວ່າ 2-3 ໝື່ນຄົງລັ່ງໄຫລເຂົ້າຮ່ວມງານ ແຕ່ສະຖານທີ່ຈັດງານສາມາດບັນຈຸຜູ້ເຂົ້າຊົມໄດ້ພຽງ 1,000 ຄົນເທົ່ານັ້ນ.
ພາກສ່ວນຮັບຜິດຊອບຈັດງານໃນຄັ້ງນີ້ໄດ້ໃຊ້ເວລາກວ່າ 2 ຊົ່ວໂມງເພື່ອຄວບຄຸມສະຖານະການ ແລະ ຂໍໃຫ້ຜູ້ຊົມສ່ວນທີ່ເຫຼືອກັບບ້ານໄປ ແຕ່ກໍ່ບໍ່ເປັນຜົນ ແລະ ມີທ່າທີວ່າຄົນຈະລັ່ງໄຫລເຂົ້າມາຮ່ວມງານເພີ່ມຂຶ້ນເລື່ອຍໆ ດັ່ງນັ້ນ, ຈິ່ງເຮັດໃຫ້ທາງຜູ້ຈັດງານຕັດສິນໃຈຍົກເລີກງານ ແລະ ການສະແດງທັງໝົດ ພ້ອມທັງກ່າວຂໍໂທດສີລະປິນຈາກທຸກປະເທດທີ່ເດີນທາງມາຮ່ວມງານໃນຄັ້ງນີ້
ຫຼັງຈາກນັ້ນ ທາງວົງເຊລ ນຳໂດຍ ສັກ ນັກຮ້ອງນຳຂອງວົງໄດ້ອອກມາໄລນ໌ສົດຜ່ານເຟສບຸກ Sack Cells Ratana-inthavong ເພື່ອຊີ້ແຈງໃຫ້ແຟນຄລັບຊາວລາວທຸກຄົນໄດ້ຮູ້ເຖິງເຫດຜົນທີ່ວົງເຊລບໍ່ໄດ້ຂຶ້ນຮ້ອງເພງລາວ ໂຊຊາວຟິລິປິນໃນເທື່ອນີ້ ແຖມຍັງຂຽນພາດຂໍ້ຄວາມແບບຂຳໆໄວ້ວ່າ: “ຊີວິດເຄີຍເຈິແຕ່ຝົນຕົກລະບໍ່ໄດ້ຫຼິ້ນ ເທື່ອນີ້ ມາພົບປະສົບການໃໝ່ “ຄົນລົ້ນງານ ບໍ່ໄດ້ຫຼິ້ນ”

ເດືອດ! “ລຳໄຍ ໄຫທອງຄຳ” ນຸ່ງສັ້ນເຕັ້ນຮ່ອນຖ່າຍ MV ຫ່ວງເສຍພາບລັກເມືອງວັງວຽງ
ນາທີນີ້ຄືສິບໍ່ມີໃຜບໍ່ຮູ້ຈັກນັກຮ້ອງສາວຂາເລາະຊື່ດັງຂອງປະເທດໄທ
“ລຳໄຍ ໄຫທອງຄຳ” ຫຼ້າສຸດເມື່ອວັນທີ 15 ພະຈິກ 2017
ກໍ່ໄດ້ເກີດມີກະແສຮ້ອນແຮງໃນໂລກໂຊຊ້ຽວຂຶ້ນມາທັນທີ ເມື່ອສາວ ລຳໄຍ
ພ້ອມທີມງານໄດ້ໄປຖ່າຍທຳວິດີໂອປະກອບເພງ “ປາຄໍ່ໃຫຍ່ໄວອາກ້າ” ຢູ່ເມືອງວັງວຽງ
ສປປ ລາວ ເຊິ່ງຢູ່ໃນຄລິບວິດີໂອດັ່ງກ່າວຈະເຫັນວ່າ ນາງຢູ່ໃນຊຸດນຸ່ງສັ້ນ
ເຕັ້ນຮ່ອນຕາມຈັງຫວະດົນຕີເພງ
ເຊິ່ງໄດ້ເຮັດໃຫ້ຊາວລາວຈຳນວນຫຼາຍອອກມາສະແດງຄວາມຄິດເຫັນວ່າ
ສະຖານທີ່ແຫ່ງນັ້ນເປັນເມືອງທ່ອງທ່ຽວທີ່ມີຊື່ສຽງຂອງລາວ ແລະ
ມີວັດທະນະທຳອັນດີງາມຂອງຊາດ ໃນການທີ່ສາວລຳໄຍ ມາເຮັດແນວນີ້ແມ່ນບໍ່ເໝາະສົມ
ອາດເປັນການທຳລາຍພາບລັກ ແລະ ສະເໜ່ຂອງເມືອງວັງວຽງ.
ຫຼາຍຄົນຫລາຍມຸມມອງຕ່າງຄວາມຄິດ
ເລີຍເກີດມີດຣາມ່າຂັດແຍ້ງຄວາມຄິດເຫັນກັນໃນໂລກໂຊຊ້ຽວບາງກຸ່ມຄົນກໍ່ວ່າບໍ່ເໝາະສົມ
ແຕ່ບາງກຸ່ມຄົນກໍ່ເບິ່ງເລື່ອງນີ້ເປັນເລື່ອງທຳມະດາບໍ່ຕ່າງຫຍັງຈາກຊາວຕ່າງປະເທດມາທ່ຽວໃນເມືອງວັງວຽງ
ແລະ ອີກຢ່າງສະຖານທີ່ທີ່ສາວ ລຳໄຍ
ຖ່າຍທຳວິດີໂອເພງນັ້ນເປັນພຽງແຫລ່ງທ່ອງທ່ຽວພັກຜ່ອນທົ່ວໄປ
ບໍ່ແມ່ນຢູ່ຈຸດສຳຄັນທາງສາສະໜາ.
ເອົາເປັນວ່າເລື່ອງນີ້ມັນເປັນເລື່ອງລະອຽດອ່ອນທາງດ້ານຄວາມຄິດ
ແຕ່ລະຄົນຈະມີມຸມມອງຕ່າງກັນອອກໄປ
ແຕ່ການຈະສະແດງຄວາມຄິດເຫັນແມ່ນໃຫ້ຢູ່ໃນຂອບເຂດທີ່ເໝາະສົມ
ເພື່ອບໍ່ໃຫ້ກະທົບທັງສອງຝ່າຍ.
ຫຼາຍຄົນຫລາຍມຸມມອງຕ່າງຄວາມຄິດ ເລີຍເກີດມີດຣາມ່າຂັດແຍ້ງຄວາມຄິດເຫັນກັນໃນໂລກໂຊຊ້ຽວບາງກຸ່ມຄົນກໍ່ວ່າບໍ່ເໝາະສົມ ແຕ່ບາງກຸ່ມຄົນກໍ່ເບິ່ງເລື່ອງນີ້ເປັນເລື່ອງທຳມະດາບໍ່ຕ່າງຫຍັງຈາກຊາວຕ່າງປະເທດມາທ່ຽວໃນເມືອງວັງວຽງ ແລະ ອີກຢ່າງສະຖານທີ່ທີ່ສາວ ລຳໄຍ ຖ່າຍທຳວິດີໂອເພງນັ້ນເປັນພຽງແຫລ່ງທ່ອງທ່ຽວພັກຜ່ອນທົ່ວໄປ ບໍ່ແມ່ນຢູ່ຈຸດສຳຄັນທາງສາສະໜາ.
ເອົາເປັນວ່າເລື່ອງນີ້ມັນເປັນເລື່ອງລະອຽດອ່ອນທາງດ້ານຄວາມຄິດ ແຕ່ລະຄົນຈະມີມຸມມອງຕ່າງກັນອອກໄປ ແຕ່ການຈະສະແດງຄວາມຄິດເຫັນແມ່ນໃຫ້ຢູ່ໃນຂອບເຂດທີ່ເໝາະສົມ ເພື່ອບໍ່ໃຫ້ກະທົບທັງສອງຝ່າຍ.
“ຈັນທະຈອນ ວິໄລສານ” ຊາຍງາມຈາກລາວໄດ້ 2 ລາວວັນຈາກ Manhunt International 2017
ບັນເທີງລາວໂພສມື້ນີ້ເຮົາມາສົ່ງທ້າຍກັບເວທີການປະກວດລະດັບນານາຊາດທີ່ມີຕົວແທນຈາກ
ສປປ ລາວ ເຂົ້າຮ່ວມປະກວດ ນັ້ນກໍ່ຄືເວທີການປະກວດຊາຍງາມ Manhunt
International 2017 ເຊິງຮອບຕັດສິນໄດ້ຈັດຂຶ້ນໃນວັນທີ 29 ພະຈິກ 2017 ທີ່
ບາງກອກ ປະເທດໄທ ໃນການປະກວດປີນີ້ມີຊາຍງາມເຂົ້າຮ່ວມປະກວດ 37 ປະເທດ ແລະ
ມີຊາຍງາມຕົວແທນຈາກລາວທີ່ເຂົ້າຮວມປະກວດແມ່ນທ້າວ ຈັນທະຈອນ ວິໄລສານ (ລູ່)
ເຖິງແມ່ນວ່າລາວບໍ່ສາມາດຕິດ Top ໄດ້ແຕ່ກໍ່ບໍ່ເຮັດໃຫ້ຄົນລາວຜິດຫວັງ
ດ້ວຍການຄວ້າ 2 ລາງວັນຈາກກອງປະກວດມາຄອງໄດ້ນັ້ນຄື: ລາງວັນໂຄສະນາດີເດັ່ນ ແລະ
ລາງວັນຜູ້ທີ່ມີສະເໜ່ທີ່ສຸດ ມາຄອງ

ສຳລັບຊາຍງາມທີ່ຕິດ Top 5 ຄົນສຸດທ້າຍ ແລະ ຜູ້ທີ່ຊະນະເລີດໃນການປະກວດໄດ້ແກ່ MR. Truong Fool ຈາກຫວຽດນາມ
Winner: Vietnam – Truong Fool
Runner 1: Country Tai – The Assumption Beer
Runner 2: Lebanon – Osman Osman
Runner 3: Sri Lanka – Mohammed Ahmed
runners 4th: Indonesia – honesty.

ທາງບັນດທີງລາວໂພສຂໍສະແດງຄວາມຍິນດີກັບທ້າວ ຈັນທະຈອນ ວິໄລສານ ທີ່ສ້າງມາດສ້າງຊື່ສຽງໃຫ້ກັບປະເທດ ແລະ ຍິນດີນຳທີ່ໄດ້ຮັບເຖິງ 2 ລາງວັນມາຕ້ອນພີ່ນ້ອງຊາວລາວ ຢ່າງໜ້ອຍກໍ່ເຮັດໃຫ້ຮູ້ວ່າ “ຜູ້ຊາຍລາວກໍ່ມີດີບໍ່ແພ້ຜູ້ຊາຍຊາດໃດໃນໂລກ”

ไม่มีความคิดเห็น:
แสดงความคิดเห็น