ຂ່າວສານທົ່ວໄປ

ສະໜຸນໄພຊ່ວຍບຳລຸງຮ່າງກາຍ ແລະ ເພີ່ມພະລັງເຊັກສ໌

0
365
ເລື່ອງເຊັກສ໌ກັບຜູ້ຊາຍມັນເປັນຂອງຄູ່ກັນຄືກັບແມ່ຍິງມັກໃນການແຕ່ງໜ້າ ຄືຂາດບໍ່ໄດ້ເພາະໃຈຕ້ອງການ ດັ່ງນັ້ນ ເພື່ອໃຫ້ສຸຂະພາບເຊັກສ໌ຂອງຝ່າຍຊາຍແຂງແຮງ ມື້ນີ້ແອັດມິນເລີຍຈະມາແນະນຳສະໝຸນໄພ 5 ຊະນິດທີ່ຈະຊ່ວຍໃຫ້ພະລັງເຊັກສ໌ໃຫ້ທ່ານຊາຍ ເຊິ່ງຈະມີຫຍັງແນ່ນັ້ນເຮົາມາອ່ານໄປພ້ອມກັນເລີຍ
ຂີງ
ຂີງ ນອກຈາກຈະຊ່ວຍແກ້ໄຂ້ຫວັດ ແລະ ຊ່ວຍໃນການຍ່ອຍອາຫານໄດ້ດີແລ້ວ ຍັງຊ່ວຍເພີ່ມການໄຫລວຽນຂອງເລືອດທົ່ວຮ່າງກາຍຮວມເຖິງອະໄວຍະວະເພດໄດ້ດີອີກດ້ວຍ
ກະຊ່າຍ
ກະຊ່າຍນອກຈາກຈະແກ້ອາການອວດທ້ອງ ແກ້ທ້ອງອືດ ແກ້ໂຣກກະເພາະ ຮັກສາບາດແຜໃນປາກ ແກ້ຕົກຂາວ ຂີ້ກາກ ໃຊ້ເມື່ອມີອາການປວດຂໍ້ ບຳລຸງຮ່າງກາຍ ແລະ ຍັງຊ່ວຍເລື່ອງນົກເຂົາບໍ່ຂັນໄດ້ອີກດ້ວຍ
ໝາກເພັດ
ໃນໝາກເພັດມີສານແຄບຊີລິນ ມີສ່ວນຊ່ວຍເພີ່ມຄວາມຕ້ອງການທາງເພດ ເຮັດໃຫ້ອັດຕາການເຕັ້ນຂອງຫົວໃຈສູງຂຶ້ນ ຮ່ວມໄປເຖິງການກະຕຸ້ນການຫຼັ່ງສານເອັນໂດຟິນ ເຊິ່ງເປັນສານເຮັດໃຫ້ອາລົມດີ ແລະ ມີຄວາມສຸກ
ກະທຽມ
ກະທຽບ ມີສັບພະຄຸນຊ່ວຍໃຫ້ລະບົບການໄຫລວຽນຂອງເລືອດບໍລິເວນອະໄວຍະວະເພດຊາຍໄດ້ດີ ຈິ່ງຊ່ວຍໃຫ້ເພີ່ມຄວາມຕ້ອງການທາງເພດໄດ້
ເຄືອເຂົາຫໍ
ເຂືອເຂົາຮໍເປັນສະໝຸນໄພບຳລຸງສຸຂະພາບ ເປັນຢາອາຍຸວັດທະນະ ຊ່ວຍຂັບຍ່ອຍ ເຮັດໃຫ້ຈະເລີນອາຫານ ແຖມຍັງເປັນສະໝຸນໄພທີ່ຊ່ວຍເພີ່ມພະລັງທາງເພດໄດ້ດີອີກດ້ວຍ
ສະໜຸນໄພທີ່ກ່າວມາຂ້າງເທິງນີ້ແມ່ນຫາກິນໄດ້ທົ່ວໄປຕາມທ້ອງຕະຫຼາດ ແລະ ກໍ່ເປັນສ່ວນປະກອບທີ່ພວກເຮົາກິນເປັນປະຈຳເກືອບທຸກມື້ ເມື່ອຮູ້ແບບນີ້ແລ້ວ ທ່ານຊາຍຢ່າລືມກິນເປັນປະຈຳເດີ້





ທີມແພດອິນເດຍກວ່າ 60 ຄົນເຮັດການຜ່າຕັດແຍກຫົວຕິດກັນໄດ້ສຳເລັດ



0
523
ສຳນັກຂ່າວຕ່າງປະເທດລາຍງານວ່າ ແພດທີ່ໂຮງໝໍສູນສຶກສາການແພດໃນນະຄອນຫຼວງ ນິວເດລີ ປະເທດອິນເດຍ ປະສົບຄວາມສຳເລັດໃນການຜ່າຕັດແຍກຫົວຂອງເດັກນ້ອຍຝາແຝດ ອາຍຸ 2 ປີ ອອກຈາກກັນໄດ້ສຳເລັດ
ໃນການຜ່າຕັດໃຊ້ແພດກວ່າ 40 ຄົນ ແລະ ພະຍາບານກວ່າ 20 ຄົນ ນີ້ເປັນການຜ່າຕັດໃຫຍ່ Maneeh Singhai ໜືຶ່ງໃນທີມແພດໄດ້ກ່າວວ່າ “ງານທີ່ຍາກ ແລະ ທ້າທາຍທີ່ສຸດຫຼັງຈາກການຜ່າຈັດແຍກຫົວອອກນັ້ນຄືການເຮັກໃຫ້ຜິວໜັງສາມາດປົກສະໝອງໄດ້ ໂດຍການຜ່າຕັດແບບນີ້ຈະເຮັດໃຫ້ເກີດຂຸມຂະໜາດໃຫຍ່ທີ່ຫົວຂອງພວກເຂົາ”
ໜັງຫົວຈະຖືກສ້າງຂຶ້ນຈາກການຂະຫຍາຍຕົວຂອງກ້ອນມົນໆ 2 ກ້ອນທີ່ແພດໄດ້ໃສ່ໄວ້ໃນຫົວຂອງພວກເຂົາ ເມື່ອການຜ່າຕັດຄັ້ງທຳອິດໃນເດືອນ ສິງຫາທີ່ຜ່ານມາ ເຊິ່ງຈະຕ້ອງຟື້ນຟູກະໂຫຼກຫົວຕໍ່ໄປ


ສູດລະລາຍຂີ້ກະເທີ່ຕົ້ນເຫດຂອງການໄອໃນຕອນກາງຄືນ



0
237
ຜູ້ສູງໄວສ່ວນຫຼາຍມັກນອນຫາຍໃຈຝືດໃນຕອນກາງຄືນ ເນື່ອງຈາກມີຂີ້ກະເທີ່ໄປຕັນຮູຄໍ ເຮັດໃຫ້ເກີດຫານຄັນຄໍແລະ ໄອ ແຕ່ອາການແບບນີ້ກໍ່ສາມາດພົບກັບ ເດັກນ້ອຍ ແລະ ໄວໜຸ່ມໄດ້ຄືກັນ ໂດຍສະເພາະໃນຍາມເປັນຫວັດເປັນໄປ ໃນຄໍລຳສຸຂະພາບມື້ນີ້ ແອັດກໍ່ມາພ້ອມກັບສູດຮັກສາອາການຄັນຄໍ ໄອ ແລະ ມີຂີ້ກະເທີ່ ມາຝາກເຊິ່ງຈະເຮັດແນວໃດນັ້ນເຮົາມາຮູ້ຈັກໄປພ້ອມກັນເລີຍ
ສູດນ້ຳໜາກນາວນ້ຳເຜິ້ງ
  1. ນ້ຳອຸ່ນເຄິ່ງຈອກ
  2. ໜາກນາວເຄິ່ງໜ່ວຍ
  3. ນ້ຳເຜິ້ງ 1 ບ່ວງກາເຟ
  4. ເກືອເລັກນ້ອຍ
ນຳສ່ວນປະສົມທັງໝົດຄົນໃຫ້ເຂົ້າກັນຈາກນັ້ນກໍ່ດື່ມລົງໄປ ຈະເຮັດໃຫ້ຄໍຊຸມ ຫຼຸດອາການຄາຍຄໍ ແລະ ເຮັດໃຫ້ນອນຫຼັບສະບາຍ ຜູ້ສູງອາຍຸຄວນດື່ມທຸກຄືນກ່ອນນອນ ຈະເຮັດໃຫ້ຫຼັບສະບາຍຂຶ້ນ.


ເບິ່ງດວງລາຍວັນ, ປະຈຳວັນທີ 15 ທັນວາ 2017





0
1320

ຄົນເກີດວັນອາທິດ
ການງານ ທ່ານຈະໄດ້ເຮັດວຽກກັບພວກທີ່ມີແຕ່ເວົ້າຫຼາຍກວ່າເຮັດ
ການເງິນ ການນັດໝາຍເລື່ອງເງິນຈະເກີດຄວາມບໍ່ແນ່ນອນ
ຄວາມຮັກ ຊ່ວງນີ້ສະເໜ່ຂອງທ່ານຮ້າຍແຮງຫຼາຍອາດສ້າງຄວາມແຕກແຍກໃຫ້ຄູ່ອື່ນໄດ້
ຄົນເກີດວັນຈັນ
ການງານ ວຽກງານຈະເກີດອຸປະສັກບາງຢ່າງທີ່ທ່ານບໍ່ສາມາດແກ້ໄຂໄດ້
ການເງິນ ຈະມີລາຍຈ່າຍເຂົ້າມາຫຼາຍກວ່າໄລຍະຜ່ານມາ
ຄວາມຮັກ ຄົນໂສດຍັງມີຄົນເຂົ້າມາທຳຄວາມຮູ້ຈັກກັບທ່ານເລື່ອຍໆ
ຄົນເກີດວັນອັງຄານ
ການງານ ເລື່ອງວຽກງານທ່ານຈະໄດ້ເຮັດວຽກທີ່ທ່ານບໍ່ທະນັດ
ການເງິນ ເລື່ອງເງິນບໍ່ມີບັນຫາຍັງຢູ່ໃນເກນທີ່ດີ
ຄວາມຮັກ ຄົນໂສດຄວາມຮັກຍັງມິດງຽບຢູ່
ຄົນເກີດວັນພຸດ
ການງານ ງານທີ່ຕ້ອງເດີນທາງໄປຕິດຕໍ່ຜູ້ອື່ນແມ່ນຈະປະສົບຄວາມສຳເລັດຢ່າງດີ
ການເງິນ ມີລາຍຈ່າຍເຂົ້າມາຫຼາຍຈົນທ່ານປວດຫົວ
ຄວາມຮັກ ຄວາມຮັກເຮັດໃຫ້ທ່ານເປັນທຸກເພາະທ່ານຄາດຫວັງກັບຄົນຮັກຫຼາຍເກີນໄປ
ຄົນເກີດວັນພະຫັດ
ການງານ ວຽກງານອາດເກີດບັນຫາຕິດຂັດຈົນທ່ານບໍ່ສາມາດເດີນຕໍ່ໄດ້
ການເງິນ ເລື່ອງເງິນບາງຄົນກໍ່ສາມາດສະສາງໜີ້ສິນໄດ້ໝົດແລ້ວ
ຄວາມຮັກ ວຽກຫຼາຍຈົນບໍ່ມີເວລາໃຫ້ຄົນຮັກເລີຍຊ່ວງນີ້
ຄົນເກີດວັນສຸກ
ການງານ ບາງຄົນອາດພົບບັນຫາເລັກນ້ອຍໃນບ່ອນເຮັດວຽກ ແຕ່ທ່ານກໍ່ຍັງມີໂອກາດປະສົບຄວາມສຳເລັດໃນວຽກງານຢູ່
ການເງິນ ຄວາມຍາກຂອງເງິນ ຄືບາງຄົນເກີດມາຈາກມີພາລະໃນການຊຳລະໜີ້ສິນກ້ອນໃຫຍ່ຢູ່
ຄວາມຮັກ ທ່ານກັບຄົນຮັກຂາດຄວາມເຂົ້າໃຈເຊິ່ງກັນ ແລະ ກັນ
ຄົນເກີດວັນເສົາ
ການງານ ລະວັງຈະເກີດອຸບັດຕິເຫດຈາກການເຮັດວຽກ
ການເງິນ ຫາກທ່ານມີໂຄງການຈະເຮັດຫຍັງກໍ່ໃຫ້ທ່ານກຽມພ້ອມເລື່ອງເງິນໄວ້ລ່ວງໜ້າ
ຄວາມຮັກ ຖ້າທ່ານມີບັນຫາເລື່ອງຄວາມຮັກ ແລະ ແກ້ໄຂມັນບໍ່ຕົກທ່ານຄວນປຶກສາຜູ້ໃຫຍ້ເພື່ອຂໍຄຳແນະນຳ




ເວທີສົນທະນາໃນຫົວຂໍ້ “ບໍ່ປະຜູ້ໃດໄວ້ຂ້າງຫຼັງ” ເຊິ່ງຖືເປັນໜຶ່ງໃນກິດຈະກຳໂຄສະນາຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ ທັງຫຼຸດຜ່ອນຜົນກະທົບຕໍ່ການຕິດເຊື້ອ HIV ທັງນີ້ ກໍເພື່ອລະນຶກເຖິງວັນສາກົນຍຸດຕິຄວາມຮຸນແຮງຕໍ່ແມ່ຍິງ ວັນທີ 25 ພະຈິກ ແລະ ວັນສາກົນຕ້ານເອດສ໌ ວັນທີ 01 ທັນວາ ເຊິ່ງວາລະດັ່ງກ່າວຈັດຂຶ້ນເມື່ອວັນທີ 07 ທັນວາ 2017 ທີ່ວິທະຍາໄລສ້າງຄູດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຮສຈ ປອ ຄຳຜາຍ ສີສະຫວັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ ທັງເປັນປະທານຄະນະກຳມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ວຽກແມ່ແລະເດັກ ມີບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ສະຖານທູດ ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ໃນພິທີຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ ໄດ້ກ່າວວ່າ ບັນຫາທີ່ພາໃຫ້ເກີດຄວາມຮຸນແຮງຕໍ່ແມ່ຍິງ ເຊິ່ງຖືເປັນການລ່ວງລະເມີດສິດທິມະນຸດຂັ້ນພື້ນຖານ ແລະ ເພື່ອຊອກຫາຊ່ອງທາງໃນການປ້ອງກັນ ຈຶ່ງຮຽກຮ້ອງເຖິງການມີສ່ວນຮ່ວມຂອງໝົດທຸກຄົນໃນສັງຄົມ ບົນພື້ນຖານການເຄົາລົບນັບຖື ແລະໃຫ້ກຽດເຊິ່ງກັນ ແລະກັນ ໂດຍຖືວ່າການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ແມ່ນປາກົດການຫຍໍ້ທໍ້ອັນຮ້າຍແຮງຂອງສັງຄົມອີກຮູບແບບໜຶ່ງທີ່ເກີດຂຶ້ນກັບແມ່ຍິງທຸກເພດທຸກໄວ ເນື່ອງມາຈາກຄວາມບໍ່ສົມດູນທາງດ້ານອຳນາດລະຫວ່າງຍິງ-ຊາຍ ແລະ ການຈຳແນກຕໍ່ແມ່ຍິງທີ່ມີຢູ່ໃນສັງຄົມ ຈິ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມເພີ່ມຄວາມພະຍາຍາມໃນການປ້ອງກັນຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ ພ້ອມນີ້ກໍຕ້ອງໄປຮອດໄປເຖິງຜູ້ທີ່ດ້ອຍໂອກາດເຊັ່ນ ແມ່ຍິງໃນຊົນນະບົດ ເດັກ ໄວໜຸ່ມ ແມ່ຍິງທີ່ບໍ່ໄດ້ເຂົ້າໂຮງຮຽນ ຕະຫຼອດຮອດແມ່ຍິງທີ່ຕິດເຊື້ອ HIV.
      ກິດຈະກຳດັ່ງກ່າວເປັນການຮ່ວມມືລະຫວ່າງຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ຮ່ວມກັບຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ວຽກງານແມ່ ແລະເດັກ ກະຊວງສຶກສາທິການ ແລະ ກີລາ ອົງການ UN Women ແລະ ອົງການ UNAIDS ໂດຍເນື້ອໃນສຳຄັນຂອງການສົນທະນາແມ່ນແນໃສ່ປຸກຈິດສຳນຶກທົ່ວສັງຄົມ ເຊິ່ງຖືເປັນສ່ວນສຳຄັນ ແລະ ມີບົດບາດໃນການຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ປີ 2014-2020 ທັງນີ້ ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງບັນຫາ ແລະ ສາເຫດຄວາມຮຸນແຮງຕໍ່ແມ່ຍິງຢູ່ຂັ້ນຊຸມຊົນທີ່ຕິດເຊື້ອເອັຈໄອວີ ມາດຕະການໃນການປ້ອງກັນບັນຫາຄວາມຮຸນແຮງທາງເພດ ເພື່ອຮຽກຮອງໃຫ້ບັນດາພະນັກງານ ຄູ-ອາຈານ ນັກຮຽນ ນັກສຶກສາ ໄດ້ພ້ອມກັນສ້າງຂະບວນການ ແລະ ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດ ໂດຍສະເພາະແມ່ນການປະຕິບັດສົນທິສັນຍາຊີດໍ ເພື່ອລຶບລ້າງຄວາມຮຸນແຮງທຸກຮູບແບບຕໍ່ແມ່ຍິງ ໃຫ້ເປັນຂະບວນກວ້າງຂວາງ ເລິກເຊິ່ງ ໃນຂົງເຂດການສຶກສາ ແລະ ຂົງເຂດອື່ນໆ.
ຂ່າວ: ໄຊມຸງຄຸ



ຈັດກິດຈະກໍາການທ່ອງທ່ຽວໃນແນວກະເສດແບບຍືນຍົງ ປະຈຳປີ 2018

Posted by

      ລະດູການແຫ່ງການທ່ອງທ່ຽວໄດ້ເປີດສາກຂຶ້ນທ່າມກາງບັນຍາກາດຂອງລະດຸບານໃໝ່ ແລະ ໃນໂອກາດແຫ່ງປີທ່ອງທ່ຽວລາວ 2018 ນີ້ ຟາມພູຕາເວັນກໍໄດ້ເພີ່ມຫຼາກຫຼາຍກິດຈະກຳ ເພື່ອປະກອບສ່ວນສຳຄັນເຂົ້າໃນການທ່ອງທ່ຽວຂອງແຂວງບໍລິຄຳໄຊ ໂດຍສະເພາະແມ່ນສີສັນຂອງພັນໄມ້ດອກຫຼາກຫຼາຍຊະນິດທີ່ເລີ່ມແຕກດອກອອກກີບຕ້ອນຮັບລະດູໜາວ ຈຶ່ງເປັນໂອກາດອັນດີສໍາລັບທຸກຄົນທີ່ຈະໄດ້ຮ່ວມເປັນສ່ວນໜຶ່ງໃນກິິດຈະກຳ “ລາວທ່ຽວລາວ” ດ້ວຍການຢ້ຽມຊົມຄວາມງາມຂອງຟາມພູຕາເວັນ.
      ອີກຄັ້ງໜຶ່ງຂອງການເປີດກິດຈະກຳການທ່ອງທ່ຽວໃນແນວກະເສດແບບຢຶນຍົງ ປະຈຳປີ 2018 ເຊິ່ງໂອກາດສຳຄັນນີ້ ຈັດຂຶ້ນເມື່ອວັນທີ 09 ທັນວາ 2017 ທີ່ຟາມພູຕາເວັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ທ່ານ ບຸນສົງ ເພັດຈະເລີນ ເຈົ້າເມືອງທ່າພະບາດ ທ່ານ ທະວີເພັດ ອຸລາ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ມີບັນດາແຂກຖືກເຊີນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງພ້ອມດ້ວຍນັກທ່ອງທ່ຽວເຂົ້າຮ່ວມຢ່າງເຂົ້າຮ່ວມຢ່າງຫຼວງຫຼາຍ.
      ໃນໂອກາດສຳຄັນນີ້ ທ່ານເຈົ້າແຂວງບໍລິຄຳໄຊ ໄດ້ກ່າວເຖິງຕາມການສົ່ງເສີມກິດຈະກຳທ່ອງທ່ຽວຂອງແຂວງ ໂດຍໄດ້ຍົກໃຫ້ເຫັນການພັດທະນາດ້ານການທ່ອງທ່ຽວເພື່ອໃຫ້ກາຍເປັນອຸດສາຫະກຳທີ່ມີຄວາມເຂັ້ມແຂງ ມີຄວາມສາມາດໃນການແຂ່ງຂັນຢູ່ໃນຂົງເຂດ ແລະ ພາກພື້ນ ດ້ວຍການຍົກສູງຄຸນະພາບຂອງການບໍລິການທ່ອງທ່ຽວໃຫ້ເປັນທີ່ປະທັບໃຈ ຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວ ສ້າງໃຫ້ມີພື້ນຖານໂຄງລ່າງດ້ານການທ່ອງທ່ຽວທີ່ດີດ້ວຍການຈັດສັນ ແລະ ປັບປຸງໃຫ້ສວຍງາມ ສະໜອງການບໍລິການດ້ານການທ່ອງທ່ຽວໃຫ້ມີຫຼາກຫຼາຍ ເພື່ອສ້າງຄວາມເພິງພໍໃຈໃຫ້ແກ່ຜູ້ທີ່ມາທ່ອງທ່ຽວຢ້ຽມຊົມ ຄຽງຄູ່ກັບການໂຄສະນາດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ກວມເອົາອັດຕາສ່ວນເພີ່ມຂຶ້ນໃນແຕ່ລະປີ ເລັງໃສ່ຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນຕາມຄຳຂວັນ “ລາວທ່ຽວລາວ” ໃຫ້ແຂງແຮງເພື່ອຫຼຸດຜ່ອນການຮົ່ວໄຫຼຂອງເງິນຕາອອກໄປຕ່າງປະເທດ.
      ສຳລັບແຂວງບໍລິຄຳໄຊ ພ້ອມແລ້ວທີ່ຈະເປີດຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມ ທ່ຽວຊົມທຳມະຊາດທີ່ຍັງຄົງຄວາມອຸດົມສົມບູນ ຄຽງຄູ່ກັບວັດທະນະທຳອັນດີງາມ ແລະ ຮີດຄອງປະເພນີ 24 ຊົນເຜົ່າທີ່ຢູ່ຮ່ວມກັນດ້ວຍຄວາມສາມັກຄີ ປອງດອງກົມກຽວ ການເປີດທ່ອງທ່ຽວລາວ ຄັ້ງທີ 3 ແຂວງບໍລິະຄຳໄຊ ໄດ້ກຳນົດເອົາວັນທີ 31 ທັນວາ 2017 – ວັນທີ 01 ມັງກອນ 2018 ເຊິ່ງເປັນເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສາກົນ ສູນກາງຂອງງານແມ່ນຈັດໃສ່ບຸນປະເພນີ ນະມັດສະການພະບາດໂພນສັນ (ບ້ານພະບາດ) ເມືອງທ່າພະບາດ ພາຍໃນງານນອກຈາກມີກິດຈະກຳຕັກບາດຕາມປະເພນີແລ້ວ ຍັງມີຫຼາຍກິດຈະກຳເພີ່ມຕື່ມເຊັ່ນ ທ່ຽວຊົົມຕະຫຼາດນັດວາງສະແດງຜະລິດຕະພັນຂອງຊາວບ້ານ ແລະ ສິນຄ້າຄຸນະພາບດີຂອງພາຍໃນ ແລະ ຕ່າງປະເທດ ການສະແດງສິລະປະພື້ນເມືອງ ງານເດີນສວນສະໜາມຂອງກ້ອນກຳລັງມວນຊົນ ແລະ ທ່ຽວຊົມພະທາດໂພນສັນ.
      ໂອກາດດຽວກັນ ທ່ານ ​ນາງ ດາ​ລຸນ​ນີ ດວງ​ປະເສີດ ອຳນວຍ​ການ​ກະເສດ​ແບບຍືນ​ຍົງ​ຟາມ​ພູ​ຕາເວັນ ກໍໄດ້ກ່າວວ່າ ຖ້າຫາກວ່າບັນດາທ່ານໄດ້ເດີນທາງໄປຢ້ຽມຢາມແຂວງບໍລິຄຳໄຊ ຖິ່ນຢູ່ໂຕເສົາຫຼາ ສາວເມີ້ີຍຜູ້ໂສພາ ໄມ້ເກດສະໜາຄ່າແພງ ທົ່ງນາແຊງກວ້າງໄກ ພະບາດໃຫຍ່ໂພນສັນ ຄົນຊ່າລືກ່າວເອີ້ນ ແດນກຸຫຼາບປາກຊັນ ກໍຢ່າລືມແວ່ຊົົມດອກໄມ້ບານທີ່ຟາມພູຕາເວັນ ແລະ ຮຽນຮູ້ການກະສິກຳອິນຊີທີ່ມີການຜະລິດພືດຜັກສວນຄົວຄົົບວົງຈອນ ແລະ ຟາມລ້ຽງສັດສະໜອງທາດຊີ້ນແບບປອດໄພ ພ້ອມຊົມຊື້ຜະລິດຕະພັນນ້ຳເຜິ້ງແທ້ 100% ແລະ ຜົນຜະລິດອື່ນໆຕາມລະດູການ ຮວມເຖີງການລ່ອງເຮືອ ຊົມທຳມະຊາດປາກງື່ມ ເຊື່ອມຕໍ່ບັນດາແຂວງ ເພື່ອຮຽນຮູ້ອາລະຍະທໍາ ແລະ ວິຖີຊິວິດຊຸມຊົນດ້ວຍການທ່ອງທ່ຽວເຊື່ອມຈອດລະຫວ່າງນະຄອນຫຼວງວຽງຈັນ ຫາ ​ແຂວງ​ບໍ​ລິ​ຄຳ​ໄຊ ເຊິ່ງຖື​ເອົາ​ຟາມ​ຟູ​ຕາເວັນ ​ເປັນ​ຈຸດໃຈກາງ.
ຂ່າວ: ໂຊກໄຊ

ไม่มีความคิดเห็น:

แสดงความคิดเห็น