ຂ່າວ ການເມືອງ ອ່ອນລາຍ

ເຊີດຊູຄວາມສາມາດນຳພາຂອງຄະນະພັກ ເພີ່ມທະວີຄວາມສັກສິດຂອງການບໍລິຫານລັດ ເສີມຂະຫຍາຍປະຊາທິປະໄຕປະຊາຊົນ ເສີມສ້າງສັງຄົມສາມັກຄີປອງດອງ ປຸກລະດົມກຳລັງແຮງທົ່ວສັງຄ 




    ຂປລ.ໂດຍຕອ​ບ​ສະ​ໜອງຕາມການ​ເຊື້ອ​ເຊີນ​ຂອງ ສະຫາຍ ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກປະ​ຊາ​ຊົນ ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ ​ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິປະ​ໄຕ ປະ​ຊາ​ຊົນ​ລາວ, ສະຫາຍ ສີ ຈິ້ນຜິງ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະກໍາມະການ​ສູນ​ກາງ​ພັກກອມ​ມູ​ນິດ​ຈີນ, ປະທານປະເທດ ແຫ່ງ ສປ ຈີນ, ພ້ອມດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​​ພັກ, ລັດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະຊາຊົນຈີນ ໄດ້ເດີນທາງມາເຖິງນະຄອນຫລວງວຽງຈັນ ເພື່ອດໍາເນີນການຢ້ຽມ​ຢາມທາງລັດຖະກິດ ສປປ ​ລາວ ໃນລະຫວ່າງ ວັນ​ທີ 13-14 ພະຈິກ 2017.

​​    
    ອອກ​ຮັບ ສະຫາຍ​ເລ​ຂາ​ທິ​ການ​ໃຫຍ່ ສີ ຈິ້ນຜິງ ແລະ ​ຄະ​ນະ ໃນຕອນບ່າຍຂອງວັນທີ 13 ພະຈິກ ທີ່ ​ສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ, ມີສະ​ຫາຍ ພັນຄໍາ ວິພາວັນ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຜູ້ປະຈໍາການ ຄະນະເລຂາທິການສູງກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ສິນລະວົງ ຄຸດໄພທູນ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນຫລວງ, ເຈົ້າຄອງນະຄອນຫລວງວຽງຈັນ; ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ສະຫາຍ ນາງ ສູນທອນ ໄຊຍະຈັກ ກໍາມະການສູນກາງພັກ, ຫົວຫນ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ພ້ອມ​ດ້ວຍບັນ​ດາ​ສະ​ຫາຍ ໃນຄະນະຕ້ອນຮັບຂອງຝ່າຍລາວ; ​ເອກອັກຄະລັດຖະທູດ ສປ ຈີນ ແລະ ພະ​ນັກ​ງານ​ສະ​ຖານ​ທູດ ສປ ຈີນ ປະຈໍາລາວ ແລະ ມີຊາວ​ໜຸ່ມ, ເຍົາວະຊົນ, ​ນັກ​ສຶ​ກ​ສາລາວ ແລະ ມວນ​ຊົນ​ຊາວ​ນະ​ຄອນຫລວງວຽງ​ຈັນ ແລະ ຊາວຈີນ ​ຈຳ​ນວນຫລວງຫລາຍ, ໄດ້ຢືນໂບກ​ທຸງຊາດ ຂອງ​ສອງປະ​ເທດ ​ເພື່ອ​ຂ່ຳ​ນັບ​ຊົມ​ເຊີຍ​ການ​ເດີນ​ທາງ​ມາ​ເຖິງ​ນະ​ຄອນຫລວງວຽງ​ຈັນ​ ຂອງ​ຄະ​ນະ​ຢ່າງຄຶກ​ຄື້ນ ຕາມເສັ້ນທາງຈາກສະໜາມບິນ ຫາ ໂຮງແຮມແລນມາກ.
     ພິ​ທີ​ຕ້ອນ​ຮັບ ສະ​ຫາຍ ສີ ຈິ້ນຜິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ສປ ຈີນ ​ຢ່າງ​ເປັນ​ທາງ​ການໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ ທີ່​​ທຳ​ນຽບ​ປະ​ທານ​ປະ​ເທດ ໃນຕອນບ່າຍຂອງວັນທີ 13 ພະຈິກ 2017, ໂດຍ​ສະຫາຍ ​ເລຂາທິການໃຫຍ່ ບຸນ​ຍັງ ວໍລະ​ຈິດ, ຊຶ່ງມີບັນ​ດາ​ສະ​ຫາຍ​ການ​ນຳ​ຂັ້ນ​ສູງ​ ພັກ-ລັດ ຂອງ ສປປ ​ລາວ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ. ສະຫາຍ ​ບຸນ​ຍັງ​ ວໍລະ​ຈິດ ໄດ້​ນຳ​ພາ ສະ​ຫາຍ ​ເລ​ຂາ​ທິ​ການ​ໃຫຍ່ ​ສີ ຈິ້ນຜິງ ໄປ​ຍັງ​ແທ່ນ​ກຽດ​ຕິ​ຍົດ​ເພື່ອ​ເຄົາ​ລົບ​ທຸງ​ຊາດຈີນ, ລາວ ຕາມ​ລຳ​ດັບ; ຕໍ່ຈາກນັ້ນ, ສະ​ຫາຍ​ ບຸນ​ຍັງ ວໍ​ລະ​ຈິດ ແລະ ສະ​ຫາຍ ສີ ຈິ້ນຜິງ ຍ່າງ​ກວດ​ແຖວທະ​ຫານ​ກອງ​ກຽດ​ຕິ​ຍົດກອງ​ທັບ​ປະ​ຊາ​ຊົນ​ລາວ ແລະ ຜູ້ນໍາທັງສອງສະຫາຍ ໄດ້ຮັບການແນະ​ນໍາຕໍ່ຄະນະຕ້ອນ​ຮັບ​ທາງ​ການ​ຝ່າຍ ສປປ ​ລາວ ແລະ ຄະນະ​ຜູ້​ແທນຂັ້ນສູງຂອງ ສປ ຈີນ ໃນພິທີດັ່ງກ່າວ. ພາຍຫລັງ​ສໍາ​ເລັດ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ສະຫາຍ ບຸນ​ຍັງ​ ວໍລະ​ຈິດ ແລະ ສະຫາຍ ​​ສີ ຈິ້ນຜິງ ໄດ້ນໍາພາຄະ​ນະ​​ຜູ້​ແທນ​ຂັ້ນ​ສູງ​ພົບປະສອງຝ່າຍ, ຊຶ່ງຈັດຂຶ້ນຢູ່ຫ້ອງປະຊຸມ ທີ່​ທຳ​ນຽບ​ປະທານ​ປະ​ເທດ. ການຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ໃນຄັ້ງນີ້, ເປັນຂີດໝາຍປະຫວັດສາດສໍາຄັນ ແຫ່ງການຮັດແໜ້ນສາຍພົວພັນ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມ ຍຸດທະສາດຮອບດ້ານໝັ້ນຄົງ ຍາວນານຕາມທິດ 4 ດີ ທີ່ມີມູນເຊື້ອແຫ່ງມິດຕະພາບ ແລະ ການຮ່ວມມື ອັນໜັກແໜ້ນຍາວນານ ມາແລ້ວນັ້ນ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
     ໃນ​ການພົບປະ​ຄັ້ງນີ້, ສະຫາຍ ບຸນ​ຍັງ​ ວໍລະ​ຈິດ ໄດ້ກ່າວ​ສະ​ແດງ​ຄວາມຍິນ​ດີ​ຕ້ອນຮັບ ສະຫາຍ ສີ ຈິ້ນຜິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ-ລັດ ສປ ຈີນ ດ້ວຍໄມຕີຈິດມິດຕະພາບ ອັນອົບອຸ່ນ ແລະ ສະ ແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ພົບປະກັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສປ ຈີນ, ທີ່ໄດ້ນໍາພາຄະນະຜູ້ແທນ​ຂັ້ນ​ສູງ​ພັກ-ລັດ​ ມາຢ້ຽມຢາມທາງ​ລັດຖະກິດ ສປປ ລາວ ພາຍຫລັງທີ່ພັກກອມມູນິດຈີນ ຫາກໍ່ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ 19 ຂອງພັກຢ່າງສະຫງ່າງາມ ແລະ ໃນບັນຍາກາດ ທີ່ການພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນດີງາມ ແລະ ແບບຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຈີນ ພວມຢູ່ໃນໄລຍະທີ່ໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ; ພ້ອມດຽວກັນນີ້, ສະຫາຍ ບຸນຍັງ ວໍລະຈິດ ກໍໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໄຊຢ່າງຈິງໃຈຕໍ່ ສະຫາຍ ສີ ຈິ້ນຜິງ ທີ່ໄດ້ຮັບການເລືອກຕັ້ງເປັນເລຂາ ທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ອີກສະໄໝໜຶ່ງ, ເຊິ່ງເປັນການສະແດງ ໃຫ້ເຫັນຄວາມໄວ້ວາງໃຈ, ຄວາມເຊື່ອໝັ້ນຢ່າງສູງຂອງທົ່ວພັກ ທີ່ມີຕໍ່ສະຫາຍ ເຊິ່ງເປັນຜູ້ມີປະສົບການ ໃນການນໍາພາອັນໂດດເດັ່ນ ໃນໄລຍະ 5 ປີ ທີ່ຜ່ານມາ ໃນການສ້າງສາພັດທະນາ ຕາມທິດສັງຄົມນິຍົມ ຕາມສີສັນພິເສດຂອງຈີນ ແລະ ໄດ້ຮັບຜົນສໍາເລັດຢ່າງສູງ ແລະ ແບບກະໂດດຂັ້ນ ເປັນທີ່ປະຈັກຕາຕໍ່ສາກົນ. ສະ​ຫາຍ ບຸນ​ຍັງ​ ວໍ​ລະ​ຈິດ ໄດ້​ຕີ​ລາ​ຄາ​ສູງຕໍ່ການ​ມາ​ຢ້ຽມ​ຢາມ ສປປ ລາວ ​ຂອງ ສະ​ຫາຍ ເລ​ຂາ​ທິ​ການ​ໃຫຍ່ ສີ ຈິ້ນຜິງ, ເຊິ່ງ​ເປັນ​​ການສະແດງເຖິງຄວາມເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຂອງພັກກອມມູນິດຈີນ, ລັດຖະບານຈີນ ຕໍ່ສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ ແລະ ແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ, ເຊິ່ງເປັນການນໍາເອົາສາຍພົວພັນດັ່ງກ່າວ ກ້າວສູ່ລະດັບສູງອັນໃໝ່ ແລະ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ ຈະເປັນໂອກາດດີທີ່ສຸດ ໃຫ້ແກ່ການນໍາຂັ້ນສູງຂອງ 2 ປະເທດ ລາວ-ຈີນ ເພື່ອຮ່ວມກັນຕີລາຄາ ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ປືກສາຫາລື ກ່ຽວກັບທິດທາງ ການຮ່ວມມື ໃນຕໍ່ໜ້າ ໃນການເປັນຄູ່ຮ່ວມຊາຕາກໍາ ລະຫວ່າງ ສອງພັກ, ສອງລັດ ຢູ່ໃນສະພາບການໃໝ່.
     ສະຫາຍ ບຸນຍັງ ວໍລະຈິດ ໄດ້ຕີລາຄາສູງຜົນສໍາເລັດຂອງການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກ, ເຊິ່ງໃນນັ້ນ ໄດ້ມີການກໍານົດເອົາແນວຄິດ ສີ ຈິ້ນຜິງ ກ່ຽວກັບສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ເປັນແນວຄິດຊີ້ນໍາຂອງພັກກອມມູນິດຈີນ ແລະ ອວຍພອນໃຫ້ປະຊາຊົນຈີນ ພາຍໃຕ້ການນໍາພາ ອັນສະຫລາດສ່ອງໃສຂອງພັກ ຈົ່ງບັນລຸຜົນສໍາເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນການສ້າງສັງຄົມນິຍົມທີ່ຮັ່ງມີ, ເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ກົມກຽວປອງດອງ, ປະຊາທິປະໄຕ, ສີວິໄລ ແລະ ສວຍງາມ.
ສະຫາຍ ເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໄດ້ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນລາວ ບັນດາເຜົ່າສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ພັກ-ລັດ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າ, ໃຫ້ການສະໜັບສະໜູນອັນໃຫຍ່ຫລວງ ແກ່ປະຊາຊົນລາວ ໃນພາລະກິດຕໍ່ສູ້ ເພື່ອຍາດເອົາເອກະລາດແຫ່ງຊາດ ແລະ ໃນການປົກປັກຮັກສາ ແລະ ສ້າງສາ ສປປ ລາວ ໃນປັດຈຸບັນ.

     ໂອກາດດຽວກັນນີ້, ສະ​ຫາຍ ເລ​ຂາ​ທິ​ການ​ໃຫຍ່ ​ສີ ຈິ້ນຜິງ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ພັກ-ລັດ ສປ ຈີນ ຢ່າງອົບອຸ່ນ ເຕັມໄປດ້ວຍໄມຕີຈິດ ມິດຕະພາບທີ່ສະໜິດສະໜົມຂອງ ສະຫາຍ ບຸນຍັງ ວໍລະຈິດ ແລະ ການນໍາຂັ້ນສູງຂອງລາວ ພ້ອມດ້ວຍມວນຊົນ ຊາວນະຄອນຫລວງວຽງຈັນ ຢ່າງຫລວງຫລາຍ ແລະ ໄດ້ກ່າວ​ສະ​ແດງ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ທີ່​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ ພັກ-ລັດ ສປ ຈີນ ເດີນ​ທາງ​ມາ​ຢ້ຽມ​ຢາມທາງລັດຖະກິດ ສ​ປ​ປ ລາວ ເປັນ​ຄັ້ງ​ທຳ​ອິດ​ໃນຖານະ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ອີກ​ຄັ້ງ​ໃໝ່​ ໃນ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XIX ຂອງ​ພັກ​ກອມ​ມູ​ນິດ​ຈີນ,​ ເຊິ່ງ​ເປັນການສະແດງ ໃຫ້ເຫັນເຖິງການໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ການຊຸກຍູ້ສົ່ງເສີມ ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ ແລະ ແບບຄູ່ຮ່ວມ ຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ, ແຕກດອກອອກຜົນຍິ່ງໆ ຂຶ້ນຕະຫລອດມາ. ພ້ອມດຽວກັນນັ້ນ, ສະ​ຫາຍ ສີ ຈິ້ນຜິງ ກໍໄດ້ຊົມເຊີຍປະຊາຊົນລາວອ້າຍນ້ອງ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ໂດຍມີ ສະຫາຍ ບຸນຍັງ ວໍລະຈິດ ເປັນຜູ້ນໍາໜ້າທີ່ຍາດໄດ້​ຜົນສໍາເລັດອັນໃຫຍ່ ໃນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ແລະ ໄດ້ຢືນຢັນວ່າ ສປ ຈີນ ຈະຮ່ວມກັບ ສປປ ລາວ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນ ແລະ ຮ່ວມມືດັ່ງກ່າວ ໃຫ້ນັບມື້ເກີດດອກອອກຜົນ ຢ່າງບໍ່ຢຸດຢັ້ງ.
     ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ແລະ ຕີລາຄາສູງ ກ່ຽວກັບການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ, ເຊິ່ງໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ລວງເລິກ. ປະເທດບ້ານໃກ້ເຮືອນຄຽງທີ່ດີ, ລາວ-ຈີນ ລ້ວນແຕ່ເປັນປະເທດສັງຄົມນິຍົມ ທີ່ມີພັກກອມມູນິດນໍາພາ, ມີອຸດົມການ, ລະບອບການເມືອງ, ເສັ້ນທາງແຫ່ງການພັດທະນາທີ່ຄ້າຍກັນ, ສອງຝ່າຍ ໄດ້ຢຶດໝັ້ນທິດທາງ ການພົວພັນແບບຄູ່ຮ່ວມ ຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ, ເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມ ລາວ-ຈີນ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້. ການພົວພັນດ້ານການເມືອງ ໄດ້ມີການເສີມຂະຫຍາຍເປັນຢ່າງດີ ແລະ ໄດ້ເປັນພື້ນຖານອັນດີ ໃຫ້ແກ່ການເສີມຂະຫຍາຍສາຍພົວພັນສອງຝ່າຍ ໃນດ້ານຕ່າງໆ. ການພົວພັນຮ່ວມມືດ້ານທິດສະດີ, ບົດຮຽນການປົກຄອງລັດ-ບໍລິຫານປະເທດ, ການກໍ່ສ້າງພັກ, ການຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ ແລະ ອື່ນໆ. ນັບມື້ມີບາດກ້າວຂະຫຍາຍຕົວ ໄປສູ່ຄຸນນະພາບໃໝ່, ພວມນໍາຜົນປະໂຫຍດຕົວຈິງ ໃຫ້ແກ່ປະຊາຊົນສອງຊາດ ລາວ-ຈີນ. ພ້ອມດຽວກັນນີ້, ທັງສອງຝ່າຍເຫັນດີ ສືບຕໍ່ຮັກສາກົນໄກການແລກປ່ຽນ ການຢ້ຽມຢາມ ລະຫວ່າງ ການນໍາຂັ້ນສູງ ລະຫວ່າງ 2 ພັກ ແລະ 2 ລັດ ຢ່າງເປັນປົກກະຕິ; ເອົາໃນໃສ່ເສີມຂະຫຍາຍກົນໄກ ການຮ່ວມມືຂອງສອງຝ່າຍ ທີ່ມີໃນປັດຈຸບັນ ໃຫ້ມີປະສິດທິຜົນກວ່າເກົ່າ; ສືບຕໍ່ສ້າງຄູ່ຮ່ວມຊາຕາກໍາ ທີ່ຕັດແຍກອອກຈາກກັນບໍ່ໄດ້; ສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນການຮ່ວມມື 2 ພັກ ໄລຍະສົກປີ 2016-2020 ໃນການກໍ່ສ້າງພະນັກງານ ນໍາພາຄຸ້ມຄອງ ຂອງພັກ-ລັດ ລາວ ຢູ່ຈີນ; ສືບຕໍ່ເພີ່ມທະວີການຮ່ວມມື ເພື່ອເຊື່ອມໂຍງຍຸດທະສາດ “ການຫັນປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດທາງຜ່ານ ເຊື່ອມໂຍງເຊື່ອມຈອດ” ຂອງລາວເຂົ້າກັບຍຸດທະສາດ“; ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງຈີນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ ປະຊາຊົນ 2 ຊາດ.
     ພາຍຫລັງ​ ການ​ພົບ​ປະ​ສອງ​ຝ່າຍ, ສະ​ຫາຍ ​ເລ​ຂາ​ທິ​ການ​ໃຫ​ຍ່ ບຸນ​ຍັງ ວໍ​ລະ​ຈິດ ແລະ ສະ​ຫາຍ ເລ​ຂາ​ທິ​ການ​ໃຫຍ່ ສີ ຈິ້ນຜິງ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ ໃນ​ການ​ລົງ​ນາມ ບັນ​ດາ​ເອ​ກະ​ສານການ​​ຮ່ວມ​ມື ຈຳ​ນວນ 17 ສະ​ບັບ ຄື: ສັນຍາການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ກະຊວງການຕ່າງປະເທດ ສປ ຈີນ ກ່ຽວກັບການເພີ່ມທະວີ ການຮ່ວມມື ໃນສະພາບການໃໝ່; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມກັນ ກໍ່ສ້າງແລວທາງ ເສດຖະກິດລາວ-ຈີນ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການເພີ່ມທະວີ ການພັດທະນາ ເສັ້ນທາງສາຍໄໝ ດີຈີຕອນຂໍ້ມູນຂ່າວສານ ເພື່ອຊຸກຍູ້ການເຊື່ອມຈອດ ຂໍ້ມູນຂ່າວສານ; ສັນຍາວ່າດ້ວຍ ການຮ່ວມມືດ້ານວິິທະຍາສາດ ແລະ ເຕັກໂນໂລຊີ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈັດຕັ້ງ ປະຕິບັດ ຮ່ວມໂຄງການໂຕແບບ ໃນການສ້າງສູນຂໍ້ມູນຂ່າວສານ ຊັບພະຍາກອນນໍ້າແຫ່ງຊາດ ແລະ ການສ້າງ ແຜນແມ່ບົດ ການຄຸ້ມຄອງອ່າງຮັບນໍ້າອູ ແລະ ນໍ້າເທີນ-ນໍ້າກະດິງ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມກັນ ຊຸກຍູ້ສ້າງເຂດຕົວແບບ ພັດທະນາກະສິກໍາຄົບວົງຈອນ ທີ່ທັນສະໄໝ; ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການເພີ່ມທະວີ ການຮ່ວມມື ໃນຂົງເຂດພື້ນຖານ ໂຄ່ງລ່າງ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ດ້ານການຊ່ວຍເຫລືອ ໃນ 3 ປີຕໍ່ຫນ້າ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ດ້ານພັດທະນາ ຊັບພະຍາກອນມະນຸດ; ສານແລກປ່ຽນ ວ່າດ້ວຍຝ່າຍຈີນ ເຫັນດີກໍານົດເອົາໂຄງການປັບປຸງ ແລະ ຍົກລະດັບລະບົບ ICT ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ; ສັນຍາຂອບ ສະໜອງເງິນກູ້ພິເສດໃຫ້ແກ່ ສປປ ລາວ ເພື່ອຈັດຕັ້ງປະຕິບັດໂຄງການ ເຂື່ອນໄຟຟ້າຫ້ວຍປາຫລາຍ; ບົດບັນທຶກຄວາມເຂົ້າໃຈ ການສ້າງຄູ່ຮ່ວມມື ຍຸດທະສາດ ດ້ານການຮ່ວມມືໄຟຟ້າ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ທາງດ້ານການເງິນ ເພື່ອສົ່ງເສີມວິສາຫະກິດ ຂະຫນາດນ້ອຍ ແລະ ກາງ ໃນ ສປປ ລາວ; ສັນຍາເງິນກູ້ພິເສດ ດອກເບ້ຍຕໍ່າ ໂຄງການເຂື່ອນໄຟຟ້າ ຫ້ວຍປາຫລາຍ; ສັນຍາເງິນກູ້ທຸລະກິດ ໂຄງການສາຍສົ່ງ 115 (ກິໂລໂວນ) ຊຽງຮ່ອນ-ຫົງສາ; ສັນຍາຮ່ວມທຶນ ສ້າງໂຄງການກໍ່ສ້າງທາງດ່ວນ ນະຄອນຫລວງວຽງຈັນ ຫາບໍ່ເຕັນຕອນທີ I ນະຄອນຫລວງວຽງຈັນ ຫາ ວັງວຽງ; ສັນຍາເງິນກູ້ ທຸລະກິດໂຄງການສາຍສົ່ງ 500/230 KV ອ້ອມນະຄອນຫລວງວຽງຈັນ.
     ສປ ຈີນ ແຈ້ງໃຫ້ການຊ່ວຍເຫລືອ ສປປ ລາວ 4 ຕື້ຢວນ, ໃນໄລຍະ 3 ປີ ຕໍ່ໜ້າ ພ້ອມທັງ ໃຫ້ການຊ່ວຍເຫລືອປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນລາວ ໃນ 8 ໂຄງການໃໝ່. ພ້ອມດຽວກັນນີ້, ສະຫາຍ ສີ ຈິ້ນຜິງ ໄດ້ເຊື້ອເຊີນ ສະຫາຍ ບຸນຍັງ ວໍລະຈິດ ຢ້ຽມຢາມ ສປ ຈີນ ໃນເວລາເໝາະສົມ ໃນປີໜ້າ.

    ໃນ​ຕອນ​ຄໍ່າຂອງວັນດຽວກັນ, ສະ​ຫາຍເລ​ຂາ​ທິ​ການ​ໃຫຍ່ ບຸນ​ຍັງ​ ວໍ​ລະ​ຈິດ ໄດ້ເປັນເຈົ້າ​ພາບ​ຈັດ​ງານ​ລ້ຽງ​ຕ້ອນ​ຮັບເປັນ​ກຽດ​​ແດ່​ສະ​ຫາຍເລ​ຂາ​ທິ​ການ​ ໃຫຍ່ ສີ ຈິ້ນຜິງ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​​ພັກ, ລັດ ຈີນ ທີ່​​ທຳ​ນຽບ​ປະ​ທານ​ປະ​ເທດ, ໂດຍມີບັນດາການນໍາຂັ້ນສູງພັກ-ລັດ ສປ ຈີນ ແລະ ສປປ ລາວ ເຂົ້າຮ່ວມຢ່າງພ້ອມພຽງ.
ເນື້ອໃນ: ຂປລ















ວັນທີ 3 ພະຈິກ 2017 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງບໍ່ແກ້ວ ເຊິ່ງມີ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງໆບໍ່ແກ້ວ ມີບັນດາຮອງເຈົ້າແຂວງ, ຄະນະພັກ-ຄະນະນຳແຂວງ, ພະແນກການ, ອຳນາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນຊາວແຂວງບໍ່ແກ້ວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໂອກາດນີ້, ທ່ານ ຄຳພັນ ເຜີຍຍະວົງ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການນໍາພາ ພັດທະນາຂອງແຂວງ ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນໄດ້ເອົາໃຈໃສ່ທາງດ້ານການເມືອງ-ແນວຄິດ, ສຸມໃສ່ຊີ້ນໍາການປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາ, ພ້ອມກັນເປີດບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງທົ່ວອົງຄະນະພັກແຂວງ ປະຈໍາປີ 2017 ຕາມຄໍາສັ່ງເລກທີ 01 ຂອງກົມການເມືອງສູນກາງພັກ, ໄດ້ສໍາເລັດການດໍາເນີນກອງປະຊຸມສະພາປະຊາຊົນແຂວງສະໄໝສາມັນຄັ້ງທີ 3 ສະໄໝທີ I, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ; ສໍາລັບດ້ານການພັດທະນາເສດຖະກິດ-ສັງຄົມ ແມ່ນໄດ້ເອົາໃຈໃສ່ຈັດຕັ້ງບັນດາໂຄງການລົງທຶນຂອງລັດ ຄຽງຄູ່ກັບການຍາດແຍ່ງ ດູດດຶງການລົງທຶນ, ການປະກອບສ່ວນ ຈາກພາກສ່ວນເສດຖະກິດຕ່າງໆ ດ້ວຍຫຼາຍຮູບການ, ທັງໄດ້ຈັດກອງປະຊຸມສໍາມະນາສົ່ງເສີມການທ່ອງທ່ຽວ ແລະ ດໍາເນີນກອງປະຊຸມພົບປະລະຫວ່າງອົງການປົກຄອງແຂວງ ກັບພາກທຸລະກິດ ຕິດພັນກັບການຈັດງານຕະຫຼາດນັດວາງສະແດງສິນຄ້າ, ສົ່ງເສີມການຜະລິດ ແລະ ເປີດກວ້າງຕະຫຼາດຈຳໜ່າຍສິນຄ້າ ເຮັດໃຫ້ເສດຖະກິດຂອງແຂວງ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ຖືກທິດ ລວມຍອດຜະລິດຕະພັນພາຍໃນ (GDP) ສາມາດບັນລຸໄດ້ 2.486 ກວ່າຕື້ກີບ, ຂະຫຍາຍຕົວໃນລະດັບ 7,3%, ລາຍຮັບສະເລ່ຍໄດ້ 1.652 ໂດລາສະຫະລັດຕໍ່ຄົນຕໍ່ປີ ຖ້າທຽບໃສ່ແຜນການປະຕິບັດໄດ້ 93%, ການລົງທຶນຂອງລັດ ທີ່ໄດ້ຮັບການອະນຸມັດຈາກສະພາແຫ່ງຊາດ ມີ 120 ໂຄງການ ມູນຄ່າ 113 ກວ່າຕື້ກີບ, ຈັດຕັ້ງປະຕິບັດຕົວຈິງ 104 ໂຄງການ ມູນຄ່າ 37 ກວ່າຕື້ກີບ ເທົ່າກັບ 90% ຂອງແຜນການປີ; ດ້ານການຈັດຕັ້ງປະຕິບັດແຜນງົບປະມານໃນ 10 ເດືອນຕົ້ນປີ ສາມາດຈັດເກັບລາຍຮັບໄດ້ 68 ກວ່າຕື້ກັບ ເທົ່າກັບ 74,29% ຂອງແຜນການປີ.
ນອກຈາກນີ້, ຍັງໄດ້ເອົາໃຈໃສ່ຊຸກຍູ້ການຜະລິດເຂົ້ານາປີ 2017 ໃນເນື້ອທີ່ 14.600 ກວ່າເຮັກຕາ, ຄາດຄະເນຜົນຜະລິດ 64.700 ກວ່າໂຕນ, ເຂົ້າໄຮ່ໝູນວຽນ ມີເນື້ອທີ່ 7.200 ກວ່າເຮັກຕາ, ຄາດຄະເນຜົນຜະລິດ 13.000 ກວ່າໂຕນ. ສ່ວນການຜະລິດສິນຄ້າ ປະກອບມີ ເຂົ້າ, ໝາກເດືອຍ, ໝາກ້ວຍ, ຢາງພາລາ ແລະ ລ້ຽງສັດ. ໃນນັ້ນ, ການປູກເຂົ້າເປັນສິນຄ້າ ພວກເຮົາສຸມໃສ່ໃນ 2 ເມືອງ ຄື: ເມືອງຜາອຸດົມ ແລະ ເມືອງປາກທາ ໄດ້ຈັດຕັ້ງເປັນ 5 ກຸ່ມບ້ານ, ມີ 762 ຄອບຄົວ, ມີເນື້ອທີ່ທັງໝົດ 840 ເຮັກຕາ ສາມາດເຮັດນາແຊງໄດ້ 750 ເຮັກຕາ. ສິນຄ້າ 01 ເມືອງ 01 ຜະລິດຕະພັນ (ODOP) ມີຄື: ຫວາຍຂາມປ້ອມ, ກົງສະເດັນ, ເຈຍລະໄນແກ້ວ ແລະ ຜ້າຝ້າຍ; ໄດ້ເອົາໃຈໃສ່ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ, ລຶບລ້າງຄວາມທຸກຍາກ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໂດຍໄດ້ຈັດຕັ້ງຝຶກອົບຮົມ ແລະ ສົ່ງພະນັກງານຫຼັກແຫຼ່ງ ຂອງແຂວງ-ເມືອງ ລົງປະຈຳຢູ່ບ້ານ ແລະ ຈຸດສຸມຂອງແຂວງ ເພື່ອນໍາພາປັບປຸງລະບົບການເມືອງຢູ່ຮາກຖານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ກາຍເປັນກຳລັງແຮງໃຫ້ແກ່ການປົກປັກຮັກສາ ແລະ ພັດທະນາແຂວງບໍ່ແກ້ວ. ປະຈຸບັນ, ທົ່ວແຂວງຍັງມີບ້ານທຸກຍາກ 41 ບ້ານ. ໃນນີ້, ໄດ້ສຸມໃສ່ສ້າງແຜນແກ້ໄຂຄວາມທຸກຍາກ ຈໍານວນ 10 ບ້ານ (ເມືອງລະ 2 ບ້ານ).
ໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນງານ ທີ່ຄະນະພັກ-ຄະນະນຳແຂວງ ໄດ້ພ້ອມພຽງຮຽງໜ້າກັບພໍ່ແມ່ປະຊາຊົນຊາວແຂວງບໍ່ແກ້ວ ບຸກບືນພັດທະນາບັນດາພື້ນຖານໂຄງລ່າງ ແລະ ປັດໄຈຕ່າງໆ ເຮັດໃຫ້ແຂວງບໍ່ແກ້ວ ມີໃບໜ້າອັນໃໝ່ຂຶ້ນມາຢ່າງຫຼວງຫຼາຍ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນ ສະພາບການພົ້ນເດັ່ນ ທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ ອັນເປັນຜົນກະທົບທັງທາງດ້ານບວກ ແລະ ດ້ານລົບ ຕໍ່ປະເທດເຮົາ. ຍົກໃຫ້ເຫັນໝາກຜົນຂອງການຈັດຕັ້ງປະຕິບັດວຽກງານ ໃນໄລຍະຊຸມປີທີ່ຜ່ານມາ ຂອງຄະນະລັດຖະບານ ຊຸດທີ 8 ທີ່ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 8; ສຳລັບປີ 2018 ກໍ່ຍັງມີບັນດາສິ່ງທ້າທາຍຕ່າງໆ ທີ່ຈະຕ້ອງໄດ້ເອົາໃຈໃສ່ ເປັນຕົ້ນ ການແກ້ໄຂຄວາມທຸກຍາກ ໃນໄລຍະ 2 ປີຂ້າງໜ້າ ທີ່ຈະຕ້ອງໄດ້ມີການສະຫຼຸບຕີລາຄາຄືນ. ໃນຂະນະທີ່ ດ້ານເສດຖະກິດ ກໍ່ຍັງພົບບັນຫາຂໍ້ຫຍຸ້ງຍາກຫຼາຍປະການ. ດັ່ງນັ້ນ, ບັນດາຂະແໜງການ ແລະ ທ້ອງຖິ່ນ ຕ້ອງໄດ້ພ້ອມກັນແກ້ໄຂ ບັນດາກົນໄກ ແລະ ກວດກາຄືນ ການຈັດຕັ້ງປະຕິບັດວຽກງານ ໃນແຕ່ລະຂົງເຂດ ຖ້າຕິດຂັດຢູ່ຈຸດໃດ ໃຫ້ແກ້ໄຂຢູ່ຈຸດນັ້ນ ກ້າວໄປສູ່ການບໍລິຫານວຽກງານ ໃຫ້ດີຂຶ້ນເປັນກ້າວໆ; ສ່ວນແຂວງບໍ່ແກ້ວ ເປັນແຂວງທີ່ໄດ້ສ້າງພື້ນຖານອັນໜັກແໜ້ນ ແລະ ມີເງື່ອນໄຂສະດວກຫຼາຍດ້ານ ກໍ່ຂໍໃຫ້ເປັນຕົວຢ່າງ ໃນການຈັດຕັ້ງປະຕິບັດບັນດານິຕິກຳ ກໍ່ຄືແນວທາງນະໂຍບາຍຂອງ ພັກ ແລະ ລັດຖະບານ ວາງອອກໃນແຕ່ລະໄລຍະ ອັນເປັນການສ້າງຄວາມເຊື່ອໝັ້ນ ໃຫ້ແກ່ປະຊາຊົນ; ໃຫ້ພ້ອມກັນປົດປ່ອຍສິ່ງທີ່ຕິດຂັດ ໂດຍການຈັດຕັ້ງປະຕິບັດ 3 ເປີດ ຄື: ເປີດປະຕູ, ເປີດສິ່ງກີດຂວາງ ແລະ ເປີດໃຈ ເພື່ອດຶງດູດການລົງທຶນ ແຕ່ກໍ່ຕ້ອງມີການຕິດຕາມກວດກາຄືນ ໃນບັນດາໂຄງການລົງທຶນເຫຼົ່ານັ້ນ ເພື່ອເຮັດໃຫ້ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ໂດຍສະເພາະ ປະຊາຊົນຢູ່ໃນທ້ອງຖິ່ນ; ຊຸກຍູ້ໃຫ້ປະຊາຊົນ ຮູ້ທຳມາຫາກິນ ດ້ວຍວິທີການໃໝ່ ຮູ້ທຳການຜະລິດ-ຮູ້ຄ້າຂາຍ ຕາມກົນໄກຕະຫຼາດ ປົດປ່ອຍການຮັກສາເດີມ ໄປສູ່ແນວຄິດໃໝ່.

ໃນ​ກອງປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​​ໃນ​ວັນ​ທີ 2 ພະຈິກ 2017 ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ປະທານ​ ສະພາ​ແຫ່ງ​ຊາດ ​ໄດ້​ພ້ອມ​ກັນພິຈະ​ລະນາ, ປະກອບ​ຄຳ​ຄິດ​ຄຳ​ເຫັນ​ ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ ການຈັດ​ຊື້-ຈັດ​ຈ້າງ ດ້ວຍ​ທຶນ​ຂອງ​ລັດ, ​ເຊິ່ງ​ເປັນ​ກົ​ດ​ໝາຍສ້າງ​ໃໝ່ ທີ່​ສະ​ເໜີ​ໂດຍ ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ ​ກະຊວງ​ການ​​ເງິນ.
​ໃນ​ວາລະ​ດຳ​ເນີນ​ກອງ​ປະຊຸມ, ທ່ານ ສົມ​ດີ ດວງ​ດີ ​ໄດ້​ຂຶ້ນ​ລາຍ​ງານ ​ກ່ຽວກັບ​ຮ່າງກົດໝາຍວ່າ​ດ້ວຍ​ ການຈັດ​ຊື້-ຈັດ​ຈ້າງ ດ້ວຍ​ທຶນ​ຂອງ​ລັດ (ສ້າງ​ໃໝ່), ​ໂດຍ​ທ່ານ​ ໄດ້​ຍົກ​ໃຫ້​ເຫັນ​ສະພາບ ​ຄວາມ​ເປັນ​ມາ​ໃນ​ການ​ຄົ້ນ​ຄວ້າ​, ເຫດຜົນ ​ແລະ ຄວາມ​ຈຳ​ເປັນ ​​ໃນ​ການ​ສ້າ​ງ​ຮ່າງ​ກົດໝາຍ ວ່າ​ດ້ວຍ​ການຈັດ​ຊື້-ຈັດ​ຈ້າງ​ ດ້ວຍ​ທຶນ​ຂອງ​ລັດ ເຊິ່ງການຄົ້ນຄວ້າ ​ສ້າງ​ຮ່າງ​ກົດໝາຍ​ດັ່ງກ່າວ, ​ເນື້ອ​ໃນ​ຫລັກ​ແມ່ນ​ ບົນ​ພື້ນຖານ​ການ​ປັບປຸງ​ ຈາກ​ເນື້ອ​ໃນ​ຂອງ​ດຳລັດ ​ວ່າ​ດ້ວຍ​ການຈັດ​ຊື້​-ຈັດ​ຈ້າງ​ສິນຄ້າ, ການ​ກໍ່ສ້າງ​ສອມ​ແປງ ​ແລະ ການ​ບໍລິການ ​ດ້ວຍ​ທຶນ​ຂອງ​ລັດ​ (ສະບັບ​ປັບປຸງ) ສະບັບ​ເລກທີ 03/ນຍ, ລົງ​ວັນ​ທີ 9 ມັງກອນ 2004, ​ໂດຍ​ໄດ້​ປ່ຽນ​ແທນ​ຊື່​ ຈາກ​ດຳ​ລັດດັ່ງກ່າວ ມາ​ເປັນ​ກົດໝາຍ​ວ່າ​ດ້ວຍ ການ​ຈັດ​ຊື້-ຈັດ​ຈ້າງ​ ດ້ວຍ​ທຶນ​ຂອງ​ລັດ ​ເພື່ອ​​​ເປັນ​ເຄື່ອງມື​ ທາງ​ດ້ານ​ນິຕິ​ກຳທີ່​ໜັກ​ແໜ້ນ​ ໃນ​ການ​ປະຕິບັດ​ວຽກ​ງານ​ ຈັດ​ຊື້-ຈັດ​ຈ້າງ ​ດ້ວຍ​ທຶນ​ຂອງ​ລັດ ທັງ​ເປັນ​ການ​ເຮັດ​ໃຫ້ ການ​ຈັດ​ຕັ້ງ​ປະຕິບັດ​ ແຜນ​ພັດທະນາ​ເສດຖະກິດ​-ສັງຄົມ ​ໃນ​ແຕ່ລະ​ໄລຍະ​ ໃຫ້​ມີ​ປະສິດ​ທິຜົນ ​ແລະ ​ເຂັ້ມງວດ​ໃນ​ການ​ປະຕິບັດ ​ລັດຖະທຳ​ມະນູນ, ກົດໝາຍ, ນິຕິ​ກຳຕ່າງໆ ທີ່​ກ່ຽວຂ້ອງ​ ​ແລະ ​ໃຫ້ສອດຄ່ອງ​ກັບ​ ຫລາຍ​ປະ​ເທດໃນ​ພາກ​ພື້ນ ​ແລະ ອື່ນໆ.
ຫລັງ​ຈາກ​ນັ້ນ, ທ່ານ ບຸນ​ປອນ ບຸດ​ຕະນະ​ວົງ ປະທານ​ກອງ​ປະຊຸມ ​ໄດ້​ມີ​ຄຳ​ຖາມ​ ເຈາະ​ຈີ້ມບາງ​  ໝວດ, ບາງ​ມາດຕາ ແລະ ບັນດາ​ສະມາຊິກ​ ສະພາ​ແຫ່ງ​ຊາດ​ແຕ່ລະ​ເຂດ ​ໄດ້​ປະກອບ ​ຄຳ​ຄິດ​ຄຳ​ເຫັນ ຢ່າງ​ກົງ​ໄປ​ກົງ​ມາ ​ໃສ່​ຮ່າງ​ກົດໝາຍ​ດັ່ງກ່າວ, ເຊິ່ງໂດຍ​ລວມ​ແລ້ວ ​ແມ່ນ​ເຫັນ​ດີ​ເປັນ​ເອກະ​ພາບ​ ເປັນ​ພື້ນຖານ​ ທາງ​ດ້ານ​​ເນື້ອ​ໃນ, ​ໂຄງ​ສ້າງ, ແຕ່​ຍັງ​ມີ​ບາງ​ໝວດ, ບາງ​ມາດຕາ ທີ່​ຈະ​ຕ້ອງ​ໄດ້ປັບປຸງ, ດັດ​ແກ້, ​ຕັດ​ອອກ ແລະ ​ເຕີ່​ມ​ໃສ່ບາງ​ຄຳ​ສັບ ​ເພື່ອ​ໃຫ້​ສອດຄ່ອງ, ຖືກຕ້ອງ ​ແລະ ຊັດ​ເຈນ ກັບ​ສະພາບ​ຄວາມ​ເປັນ​ຈິງ. ພ້ອ​ມດຽວ​ກັນ​ນັ້ນ, ກໍ​ເຫັນ​ດີ​ເປັນ​ເອກະ​ພາບ​ ຮັບຮອງ​ເອົາ​ກົດໝາຍ​ວ່າ ​ດ້ວຍ​ການຈັດ​ຊື້-ຈັດ​ຈ້າງ ດ້ວຍ​ທຶນ​ຂອງ​ລັດ ດ້ວຍຄະ​ແນນ​ສຽງ​ເຫັນ​ດີ ​ເປັນ​ສ່ວນ​ຫລາຍ. ກອງ​ປະຊຸມຍັງ​ໄດ້​ສະ​ເໜີ​ ໃຫ້​ອະນຸ​ກຳມະການ​ເນື້ອ​ໃນ​ກົດໝາຍ​ ​ນຳ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຂອງ ສສຊ ​ໄປ​ປັບປຸງ​ໃສ່​ກົດໝາຍ​ດັ່ງກ່າວ ​ໃຫ້​ເໝາະ​ສົມ ​ແລະ ຖືກຕ້ອງ​ສອດຄ່ອງ​ ກັບ​ຄວາມ​ເປັນ​ຈິງ, ທັງ​ນີ້ກໍ​ເພື່ອ​ເຮັ​ໃຫ້​ກົດໝາຍ ​ວ່າ​ດ້ວຍການຈັດ​ຊື້-ຈັດ​ຈ້າງ​ ດ້ວຍ​ທຶນ​ຂອງ​ລັດ ມີ​ຄວາມ​ສັກສິດ ​ແລະ ສາມາດນຳ​ໄປ​ຈັດ​ຕັ້ງ​ປະຕິບັດ​ ໄດ້​ຢ່າງ​ມີ​ປະສິດທິ​ຜົນ.

ກົດໝາຍ​ວ່າ​ດ້ວຍ​ການ ຈັດ​ຊື້-ຈັດ​ຈ້າງ ດ້ວຍ​ທຶນ​ຂອງລັດ ປະກອບ​ມີ 11 ພາກ, 15  ໝວດ, 90 ມາດຕາ ພາຍຫລັງ ກົດໝາຍ​ດັ່ງກ່າວ, ຖືກ​ຮັບຮອງ ​ແລະ ປະກາດ​ໃຊ້​ ຢ່າງ​ເປັນ​ທາງ​ການ ຈະ​ເປັນ​ນິຕິ​ກຳ​ທີ່​ເປັນ​ບ່ອນ​ອີງ​ທີ່​ໜັກ​ແໜ້ນ ໃຫ້​ແກ່​ການ​ຄຸ້ມ​ຄອງ ​ແລະ ຕິດຕາມ​ກວດກາ​ ການຈັດ​ຕັ້ງ​ປະຕິບັດ ວຽກ​ງານ​ຈັດ​ຊື້-ຈັດ​ຈ້າງ ດ້ວຍ​ທຶນ​ຂອງ​ລັດ ​ໃຫ້​ມີ​ປະສິດທິ​ຜົນ ​ແລະ ປະສິດທິ​ພາບ​ສູງ​ຂຶ້ນ, ມີ​ຄວາມ​ໂປ່​ງ​ໃສ ​ແລະ ຍຸຕິ​ທຳ, ​ເຮັດ​ໃຫ້​ອົງການ​ຈັດ​ຕັ້ງ​ ລັດ​ຂັ້ນ​ສູງ​ກາງ, ຂັ້ນ​ທ້ອງ​ຖິ່ນ ​ແລະ ລັດ​ວິ​ສາ​ຫະກິດ ​ເຂົ້າ​ໃຈ​ເຖິງ​ຄວາມ​ສຳຄັນ ​ໃນ​ການ​ຄຸ້ມ​ຄອງ​ວຽກ​ງານ ​ຈັດ​ຊື້-ຈັດ​ຈ້າງ​ ດ້ວຍ​ທຶນ​ຂອງ​ລັດ ດ້ວຍ​ກົດໝາຍ​ຫລາຍ​ຂຶ້ນ, ທັງ​ເປັນ​ການສ້າງ​ຄວາມ​ເຊື່ອ​ໝັ້ນ​ ໃຫ້​ແກ່​ນັກ​ລົງທຶນ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ກ່ຽວ​ກັບ​ວຽກ​ງານ​ຈັດ​ຊື້-ຈັດ​ຈ້າງ​ດ້ວຍ​ທຶນ​ຂອງ​ລັດອີກ​ດ້ວຍ.

ສອບຖາມ

ไม่มีความคิดเห็น:

แสดงความคิดเห็น