ຂ່າວກິລາ ຕ່າງປະເທດ ອ່ອນລາຍ


ເອແດັນ ອາຊາຣ໌ ໂພສໄອຈີເຢີ້ຍແມນຢູເບົາໆ



0
170
ເອແດັນ ອາຊາຣ໌ ເພີຍເມກເກີຂອງເຊລຊີ ອອກມາໂພສໄອຈີ ແອບເຢີ້ຍແມນຢູໄນເຕັດເບົາໆ ຫຼັງຈົບເກມພຣີເມຍລີກເມື່ອວັນອາທິດທີ່ຜ່ານມາ
ເກມບິ໊ກແມັດຊ໌ ເມື່ອສອງມື້ທີ່ຜ່ານມາ ເຊລຊີເອົາຊະນະ ແມນຢູໄນເຕັດໄປ 1-0 ຈາກໂມຣາຕ້າ ເຊິ່ງຫຼັງຈາກຈົບເກມພຽງ 1 ມື້ ອາຊາຣ໌ ພາໝາຂອງເຂົາໄປຍ່າງຫຼິ້ນແຖວບ້ານ ແລະ ອາຊາຣ໌ ໄດ້ໂພສຮູບລົງໃນໄອຈີ ໂດຍມີແອບຈິກກັດຜີແດງເບົາໆວ່າ:​”ໜ້າທີ່ຂອງຂ້ອຍໃນມື້ນີ້ ງ່າຍກວ່າມື້ວານນີ້ໃນການພົບກັບນັກເຕະແມນຢູໄນເຕັດໜ້ອຍໜຶ່ງ”

ເຊິ່ງເຮັດໃຫ້ມີແຟນບານກວ່າ ສາມແສນຄົນພາກັນກົດໄລນ໌ຮູບນີ້ ແລະ ມີຄອມເມ້ນເຖິງ 6 ພັນກວ່າຂໍ້ຄວາມທີ່ເຂົ້າມາສະແດງຄວາມຄິດເຫັນ


ຕາຕະລາງແບ່ງກຸ່ມ ແລະ ໂປຣແກຣມການເຕະບານໂລກ 2018

ການແຂ່ງຂັນບານໂລກ 2018 ໄດ້ມີການແບ່ງກຸ່ມ ແລະ ວາງໂປຣແກຣມການແຂ່ງຄົບທຸກຄູ່ຮຽບຮ້ອຍແລ້ວ ເຊິ່ງຈະມີຄູ່ໃດ ກຸ່ມໃດແນ່ນັ້ນເຮົາມາເບິ່ງກັນເລີຍ





ໂປຣແກຣມການແຂ່ງຂັນຕະຫຼອດລະດູການ ບານໂລກ 2018




ສາເຫດທີ່ເຮັດໃຫ້ “ເນມາຣ໌” ຕັດສິນໃຈຍ້າຍໄປຮ່ວມທີມ “ເປແອສເຊ”





ມາຕີເຢ່ ອະດີດກອງຫຼັງທີມຊາດຝຣັ່ງ ແລະ ບາເຣນເຊຍ ຮວມເຖິງ ບາຣເຊໂລນາ ອອກມາເຜີຍໃຫ້ສື່ຟັງເຖິງສາມເຫດທີ່ເຮັດໃຫ້ ເນມາຣ໌ ດາວເຕະໄວອາຍຸ 25 ປີ ທີມຊາດບຣາຊິລ ຕັດສິນໃຈຢ້າຍໄປຮ່ວມທີມ “ເປແອສເຊ” ປາຣີສ ແຊງແຊກແມງ ໂດຍເຜີຍວ່າ ກໍລະນີທີ່ ເນມາຣ໌ ອອກຈາກບຣາຊ່າ ເພາະເຂົາເປັນເບີສອງ ຮອງຈາກ ເມສຊີມາຕະຫຼອດ ແລະ ເຂົາຕ້ອງການບັນລັງດໍຣ
“ການມີເມສຊີ ຢູ່ໃນທີມ ບຣາຊ່າ ມັນເບິ່ງເປັນເລື່ອງຍາກເກີນໄປສຳລັບເຂົາ ແນ່ນອນວ່າເຂົາຈະມີໂອກາດຄວ້າຕຳແໜ່ງບັນລັງດໍຣຫຼາຍຂຶ້ນເມື່ອເຂົາຢູ່ກັບທີມ ປາຣີສ ເພາະເຂົາຄືຄົນສຳຄັນຂອງທີມ”

ไม่มีความคิดเห็น:

แสดงความคิดเห็น